(ພາປະກອບ)
(vovworld) - ກະຊວງປ້ອງກັນປະເທດອາເມລິກາ ຫາກໍປະກາດບົດລາຍງານປະຈຳປີທີ່ມີຊື່ວ່າ “ບົດລາຍງານພັດທະນາການທະຫານ ແລະ ຄວາມປອດໄພທີ່ກ່ຽວຂ້ອງເຖິງຈີນ ປີ 2013”, ໃນນັ້ນ, ເປັນຄັ້ງທຳອິດອາເມລິກາ ໄດ້ກ່າວຫາລັດຖະບານ ແລະ ກອງທັບຈີນ ດຳເນີນການບຸກໂຈມຕີທາງອິນເຕີແນດຄັ້ງຕ່າງໆໃສ່ອາເມລິກາ ຢ່າງເປັນທາງການ. ໃນບົດລາຍງານສົ່ງເຖິງສະພາແຫ່ງຊາດອາເມລິກາ, ທຳນຽບຫ້າແຈ ຖືວ່າ ໃນປີ 2012, ມີບາງລະບົບກອມພິວເຕີໃນໂລກ, ໃນນັ້ນມີບັນດາລະບົບຂຶ້ນກັບລັດຖະບານອາເມລິກາ, ສືບຕໍ່ແມ່ນເປົ້າໝາຍແຊກຊຶມ, ໃນນັ້ນມີບາງກໍລະນີລັດຖະບານແລະ ກອງທັບຈີນອາດຈະຕ້ອງຮັບຜິດຊອບໂດຍກົງ”.
ຈີນໄດ້ປະຕິເສດຄຳກ່າວຫາຂອງ ວໍຊິງເຕັນ ໃນທັນທີ. ໃນການປະຊຸມຂ່າວປະຈຳເດືອນ ເມື່ອວັນທີ 07/05, ໂຄສົກກະຊວງການຕ່າງປະເທດຈີນ ທ່ານນາງ ຫວາຊວນອ໋ຽງ ຖືວ່າ ເລື່ອງໂຄສະນາ “ໄພນາບຂູ່ຈາກຈີນ” ບໍ່ມີຜົນປະໂຫຍດໃຫ້ແກ່ຄວາມໄວ້ເນື້ອເຊື່ອໃຈ ແລະ ການຮ່ວມມື 2 ຝ່າຍ, ທ່ານນາງເນັ້ນໜັກວ່າ ຈີນໄດ້ສະແດງຫຼັກໝັ້ນຈະແຈ້ງຫຼາຍເທື່ອສຳລັບອັນທີ່ເອີ້ນວ່າ ບັນຫາບຸກໂຈມຕີທາງອິນເຕີແນດ ແລະ ຢືນຢັນວ່າ ປັກກິງ ຄັດຄ້ານການບຸກໂຈມຕີທາງອິນເຕີແນດດ້ວຍທຸກຮູບການ, ປາດຖະໜາວ່າ ຈະພ້ອມກັບຝ່າຍອາເມລິກາ ຜັນຂະຫຍາຍການເຈລະຈາບົນຈິດໃນສ້າງສັນກ່ຽວກັບບັນຫາຄວາມປອດໄພທາງອິນເຕີແນດ.