ອາເມລິກາ ຈັດສົ່ງ ຈຳນວນພົນທະຫານ ຫຼາຍທີ່ສຸດໄປຍັງ ເອີລົບເພື່ອເຂົ້າຮ່ວມການຊ້ອມຮົບຮ່ວມ Defender – Europe 2020
(VOVWORLD) -ກ່່າວຄຳເຫັນຕໍ່ນັກຂ່າວຢູ່ ທຳນຽບ 5 ແຈ ໃນວັນທີ 9 ທັນວາ, ທ່ານນາຍພົນ Christopher Cavoli, ຜູ້ບັນຊາການກຳລັງທະຫານບົກ ຂອງ ກອງທັບອາເມລິກາຢູ່ເອີລົບ ພວມຂຶ້ນແຜນຜັນຂະຫຍາຍສົ່ງພົນທະຫານ 29.000 ຄົນ ເຂົ້າຮ່ວມການຊ້ອມຮົບຮ່ວມກັບອົງການ ສົນທິສັນຍາ ອັດລັງຕິກ ເໜືອ (NATO) ໃນເດືອນພຶດສະພາ ແລະ ມິຖຸນາ ປີ 2020.
ພົນທະຫານອາເມລິກາ Orzysz , ປະເທດ ໂບໂລຍ (ພາບ: AFP/TTXVN) |
ຕາມທ່ານ Cavoliແລ້ວ, ການຊ້ອມຮົບຮ່ວມ Defender – Europe 2020 ໂດຍແມ່ນການສ້າງບາດລ້ຽວຍຸດທະສາດ ພາຍຫຼັງຫຼາຍປີ ທີ່ ອາເມລິກາ ຫຼຸດຜ່ອນ ກຳລັງທະຫານຢູ່ ເອີລົບ ເພື່ອແນໃສ່ສະແດງໃຫ້ເຫັນກຳລັງຄວາມສາມາດຂອງ ກອງທັບອາເມລິກາ ໃນການຜັນຂະຫຍາຍກຳລັງໃຫຍ່ຢ່າງໄວວາ ເພື່ອໜູນຊ່ວຍ NATO ຮັບມືກັບບັນດາ ວິກິດການທັງໝົດ.