(vovworld) – ກ່ຽວຂ້ອງເຖິງບັນຫາຮ້ານເຈາະນ້ຳມັນໄຮຢາງ 981, ກ່າວຄຳເຫັນທີ່ການປະຊຸມຂ່າວໃນຕອນເຊົ້າວັນທີ 17/07, ທ່ານນາງໂຄສົກກະຊວງການຕ່າງປະເທດອາເມລິກາ Jen Psaki ໃຫ້ຮູ້ວ່າ.
“ອາເມລິກາ ຊົມເຊີຍເລື່ອງຈີນ ຖອນຮ້ານເຈາະນ້ຳມັນ ຈາກສະຖານທີ່ໃກ້ກັບໝູ່ເກາະຮ່ວາງຊາ ເຖິງບໍລິເວນໃກ້ກັບເກາະໄຮໜານ. ເຫດການທີ່ກ່ຽວຂ້ອງເຖິງຮ້ານເຈາະນ້ຳມັນດັ່ງກ່າວໄດ້ເນັ້ນໜັກເຖິງຄວາມຈຳເປັນສຳລັບຝ່າຍຕ່າງໆທີ່ຮຽກຮ້ອງອະທິປະໄຕ ໃນການເຮັດແຈ້ງບັນດາຄວາມຮຽກຮ້ອງຂອງຕົນຕາມກົດໝາຍສາກົນ ເພື່ອແນໃສ່ບັນລຸໄດ້ຄວາມຮັບຮູ້ລວມກ່ຽວກັບການກະທຳ ແລະ ການປະພຶດທີ່ເໝາະສົມຢູ່ພາກພື້ນ”.
ໂຄສົກກະຊວງການຕ່າງປະເທດອາເມລິກາ ເນັ້ນໜັກວ່າ ອາເມລິກາສະໜັບສະໜູນບັນດາຝ່າຍທີ່ກ່ຽວຂ້ອງຢຸດຕິບັນດາການກະທຳພຽງລຳພັງຝ່າຍດຽວແລະ ມີລັກນະນະເກາະຜິດ ເພື່ອແນໃສ່ຊຸກຍູ້ການປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ ປີ 2002 ລະຫວ່າງຈີນ ແລະ ອາຊຽນ.
ກ່ຽວກັບທັດສະນະຂອງອາເມລິກາ ຕໍ່ເລື່ອງຈີນ ຖະແຫຼງຈະສືບຕໍ່ບັນດາການເຄື່ອນໄຫວສຳຫຼວດຢູ່ພາກພື້ນ, ທ່ານນາງ Jen Psaki ຢືນຢັນວ່າ ອາເມລິກາມີຜົນປະໂຫຍດແຫ່ງຊາດໃນການຮັກສາສັນຕິພາບ ແລະ ສະຖຽນລະພາບ, ເຄົາລົບກົດໝາຍສາກົນ, ການເຄື່ອນໄຫວດ້ານການຄ້າຖືກຕາມກົດໝາຍບໍ່ຖືກກີດຂວາງ, ເສລີພາບໃນການເດີນທະເລ ແລະ ການບິນຢູ່ທະເລຕາເວັນອອກ.