ອາເມລິກາ, ຍີ່ປຸ່ນ, ສ.ເກົາຫຼີ ຄາດວ່າຈະຈັດກອງປະຊຸມລັດຖະມົນຕີການຕ່າງປະເທດ 3 ຝ່າຍ ໃນເດືອນ ເມສາ
(VOVWORLD) - ຖ້າຫາກວ່າກອງປະຊຸມດັ່ງກ່າວຖືກຈັດຕັ້ງຂຶ້ນ ກໍ່ຈະແມ່ນກອງປະຊຸມລັດຖະມົນຕີການຕ່າງປະເທດຄັ້ງທຳອິດ ລະຫວ່າງ 3 ປະເທດ ນັບແຕ່ພາຍຫຼັງທ່ານ Joe Biden ຮັບດຳລົງຕຳແໜ່ງເປັນປະທານາທິບໍດີ ອາເມລິກາ.
ການເຮັດວຽກລະຫວ່າງລັດຖະມົນຕີການຕ່າງປະເທດສອງປະເທດ ອາເມລິກາ ແລະ ຍີ່ປຸ່ນ ໃນວັນທີ 16 ມີນາ (ພາບ: REUTERS) |
ອາເມລິກາ, ຍີ່ປຸ່ນ ແລະ ສ.ເກົາຫຼີ ພວມກະກຽມຈັດຕັ້ງກອງປະຊຸມລັດຖະມົນຕີການຕ່າງປະເທດ 3 ຝ່າຍ, ເຊິ່ງອາດຈະດຳເນີນໃນເດືອນ ເມສາ ຈະມາເຖິງ, ດ້ວຍໂຄງການດຳເນີນງານທີ່ໄດ້ຮັບຖືວ່າ ຈະສຸມໃສ່ບັນຫາແຫຼມເກົາຫຼີ ແລະ ສົມທົບທາງດ້ານນະໂຍບາຍສຳລັບ ຈີນ.
ຖ້າຫາກວ່າກອງປະຊຸມດັ່ງກ່າວຖືກຈັດຕັ້ງຂຶ້ນ ກໍ່ຈະແມ່ນກອງປະຊຸມລັດຖະມົນຕີການຕ່າງປະເທດຄັ້ງທຳອິດ ລະຫວ່າງ 3 ປະເທດ ນັບແຕ່ພາຍຫຼັງທ່ານ Joe Biden ຮັບດຳລົງຕຳແໜ່ງເປັນປະທານາທິບໍດີ ອາເມລິກາ ໃນເດືອນມັງກອນທີ່ຜ່ານມາ. ກອງປະຊຸມອາດຈະຖືກຈັດຂຶ້ນຢູ່ ອາເມລິກາ ໂດຍມີການເຂົ້າຮ່ວມຂອງທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ແລະ ຄູ່ຕຳແໜ່ງຍີ່ປຸ່ນ ທ່ານ Toshimitsu Motegi ແລະ ຄູ່ຕຳແໜ່ງ ສ.ເກົາຫຼີ ທ່ານ Chung Eui Yong.