(vovworld) – ວັນທີ 10/07, ທ່ານປະທານາທິບໍດີອາເມລິກາ Barack Obama ໄດ້ມີການໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີອິດສຣາແອນ Bemjamin Netanyahu ເພື່ອແນໃສ່ສະແດງຄວາມຄິດຂອງວໍຊິງຕັນ ເປັນຄົນກາງໄກ່ເກ່ຍໃຫ້ຂໍ້ຕົກລົງຢຸດຕິຄວາມເປັນປໍລະປັກລະຫວ່າງ ອິດສຣາແອນ ແລະ ຂະບວນການອິດສລາມ ຮາມາດ ຢູ່ເຂດກາຊາ. ໃນການໂອ້ລົມ, ທ່ານ Obama ໄດ້ຢ້ຳຄືນການກ່າວປະນາມຢ່າງແຮງຂອງອາເມລິກາ ທີ່ມີຕໍ່ການກະທຳຂອງຮາມາດ ແລະ ບັນດາອົງການກໍ່ການຮ້າຍອື່ນໆທີ່ສືບຕໍ່ຍິງລູກຈະຫຼວດໃສ່ ອິດສຣາແອນ, ພ້ອມທັງຢືນຢັນຄືນໃໝ່ກ່ຽວກັບສິດປ້ອງກັນຕົວຂອງອິດສຣາແອນ ເພື່ອຕ້ານຄືນການບຸກໂຈມຕີເຫຼົ່ານັ້ນ. ທ່ານ Obama ຍັງສະແດງຄວາມວິຕົກກັງວົນຕໍ່ການປະທະກັນນັບມື້ນັບເພີ່ມຂຶ້ນ, ເນັ້ນໜັກວ່າ 2 ຝ່າຍຕ້ອງມານະພະຍາຍາມເພື່ອຮັບປະກັນຊີວິດໃຫ້ສາມັນຊົນ ກໍ່ຄືຟື້ນຟູສະຖຽນລະພາບ. ແຕ່ທ່ານ Netanyahu ໄດ້ປະຕິເສດສິ່ງດັ່ງກ່າວ. ກົງກັນຂ້າມ, ການນຳ ອິດສຣາແອນ ຖະແຫຼງວ່າ ຈະດຳເນີນຫຼາຍໄລຍະຕື່ມອີກໃນບັ້ນຮົບດ້ານການທະຫານປະຈຸບັນນີ້ ແລະ ອະທິບາຍວ່າ ວ່າ ເລື່ອງບັນລຸໄດ້ຂໍ້ຕົກລົງຢຸດຍິງຈະຊ່ວຍໃຫ້ ຮາມາດ ຍາດແຍ່ງເວລາເພື່ອດຳເນີນການປະທະກັນໃນຄັ້ງຕໍ່ໄປ.