ອາເມລິກາ ສ້າງຕັ້ງ “ກຸ່ມດໍາເນີນງານກ່ຽວກັບອີຣານ” ເພື່ອແນໃສ່ເພີ່ມຄວາມກົດດັນກັບເຕເຮຣານ
(VOVWORLD) -ວັນທີ 16 ສິງຫາ, ກະຊວງການຕ່າງປະເທດອາເມລິກາ ຖະແຫຼງວ່າ ໄດ້ສ້າງຕັ້ງກຸ່ມເຈົ້າໜ້າທີ່ຂັ້ນສູງໃໝ່ ເຊິ່ງມີໜ້າທີ່ຮັບຜິດຊອບປະຕິບັດຍຸດທະສາດຂອງວໍຊິງຕັນ ເພີ່ມຄວາມກົດດັນທາງດ້ານການທູດ ແລະ ເສດຖະກິດສໍາລັບອີຣານ.
ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Mike Pompeo
(ພາບ: AFP/TTXVN)
|
ຕາມທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Mike Pompeo, “ກຸ່ມດໍາເນີນງານກ່ຽວກັບອີຣານ” ຈະຊຸກຍູ້ຍຸດທະສາດຂອງວໍຊິງຕັນ ນັ້ນແມ່ນ “ກໍ່ຄວາມກົດດັນສູງສຸດ” ເພື່ອໃຫ້ ເຕເຮຣານ ປ່ຽນແປງການປະພຶດຂອງຕົນ. ໜ້າທີ່ຂອງກຸ່ມດັ່ງກ່າວ ແມ່ນ ຊີ້ນໍາ, ກວດກາຄືນ ແລະ ປະສານງານກັບ “ບັນດາແງ່ມູມການເຄື່ອນໄຫວທັງໝົດຂອງກະຊວງການຕ່າງປະເທດ ອາເມລິກາ ທີ່ກ່ຽວຂ້ອງເຖິງບັນຫາອີຣານ” ແລະ ຈະລາຍງານໂດຍກົງຕໍ່ທ່ານລັດຖະມົນຕີການຕ່າງປະເທດ ເປັນປະຈໍາ.