ອາເມລິກາ ແລະ ລັດເຊຍ ອອກຖະແຫຼງການຮ່ວມກ່ຽວກັບສະຖຽນລະພາບຍຸດທະສາດ
(VOVWORLD) - ອາເມລິກາ ແລະ ລັດເຊຍ ໄດ້ອອກຖະແຫຼງການຮ່ວມ ກ່ຽວກັບສະຖຽນລະພາບຍຸດທະສາດ ພາຍຫຼັງການພົບປະສຸດຍອດ ຄັ້ງທຳອິດ ລະຫວ່າງທ່ານປະທານາທິບໍດີ Joe Biden ແລະ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ຢູ່ ເຊີແນວ ໃນວັນທີ 16 ມິຖຸນາ.
ທ່ານປະທານາທິບໍດີ Joe Biden ແລະ ທ່ານປະທານາທິບໍດີ ລັດເຊຍ Vladimir Putin (ພາບ: Reuters) |
ຖະແຫຼງການຮ່ວມສະບັບດັ່ງກ່າວ ໄດ້ຊີ້ແຈ້ງວ່າ ນັບທັງໃນຈຸດເວລາທີ່ເຄັ່ງຕຶງທີ່ສຸດ, ອາເມລິກາ ແລະ ລັດເຊຍ ຍັງສາມາດບັນລຸໄດ້ຄວາມຄືບໜ້າໃນບັນດາເປົ້າໝາຍລວມ ເພື່ອແນໃສ່ຮັບປະກັນລັກສະນະທີ່ອາດຄາດຄະເນໃນຂົງເຂດຍຸດທະສາດ, ຫຼຸດຜ່ອນຄວາມສ່ຽງໃນການປະທະກັນປະກອບອາວຸດ ແລະ ໄພນາບຂູ່ສົງຄາມນິວເຄຼຍ. ຕາມຖະແຫຼງການຮ່ວມ ລະຫວ່າງປະທານາທິບໍດີ ສອງປະເທດແລ້ວ, ການຕໍ່ກຳນົດເວລາ ສົນທິສັນຍາ ຫຼຸດຜ່ອນອາວຸດບຸກໂຈມຕີຍຸດທະສາດສະບັບໃໝ່ ຫວ່າງມໍ່ໆມານີ້ ແມ່ນຕົວຢ່າງໜຶ່ງໃຫ້ແກ່ຄຳໝັ້ນສັນຍາຂອງສອງປະເທດ ສຳລັບການຄວບຄຸມອາວຸດນິວເຄຼຍ. ປະທານາທິບໍດີສອງປະເທດ ຢັ້ງຢືນຄືນກົດເກນທີ່ ຈະບໍ່ມີຜູ້ໃດໄດ້ຮັບໄຊນະນະໃນສົງຄາມນິວເຄຼຍ ແລະ ສິ່ງດັ່ງກ່າວ ຈະບໍ່ສາມາດເກີດຂຶ້ນໄດ້. ອາເມລິກາ ແລະ ລັດເຊຍ ໃຫ້ຄຳໝັ້ນສັນຍາວ່າ ຈະສົມທົບກັນໃນການໂອ້ລົມສົນທະນາກ່ຽວກັບສະຖຽນລະພາບຍຸດທະສາດ ໃນອະນາຄົດໃກ້ໆນີ້ ແລະ ຜ່ານນັ້ນ ກໍຊອກຫາວິທີສ້າງພື້ນຖານໃຫ້ແກ່ບັນດາມາດຕະການຫຼຸດຜ່ອນຄວາມສ່ຽງ ແລະ ຄວບຄຸມອາວຸດນິວເຄຼຍ ໃນອະນາຄົດ.
ຟ້າມຮວັນ, ນັກຂ່າວ VOV ປະຈຳ ອາເມລິກາ