(vovworld) – ໃນຂອບເຂດບັນດາລາຍການ, ການເຄື່ອນໄຫວສະເຫຼີມສະຫຼອງ 65 ປີແຫ່ງວັນມູນເຊື້ອຂອງສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ (17/11/1950 – 17/11/2015), ຕອນບ່າຍວັນທີ 16/11, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ໄດ້ຈັດພິທີຮັບຮອງການປະກອບສ່ວນຂອງບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ. ກ່າວຄຳເຫັນທີ່ພິທີ, ທ່ານ ຫວຽນທ້ຽນເຍີນ, ກຳມະການກົມການເມືອງ, ປະທານຄະນະກຳມະການສູງກາງແນວໂຮມປະເທດຊາດຫວຽດນາມ ເນັ້ນໜັກວ່າ, ການປະກອບສ່ວນຂອງບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ນັບທັງວິທີສຳພັດ, ບົດຮຽນ, ວິທີການ ແລະ ແຫຼ່ງກຳລັງໄດ້ປະກອບສ່ວນສຳຄັນໜູນຊ່ວຍຫວຽດນາມ ໃນວິວັດທະນາການກໍ່ສ້າງ ແລະ ປະຕິບັດບັນດາຍຸດທະສາດພັດທະນາເສດຖະກິດສັງຄົມ. ສະເພາະ 5 ປີຜ່ານມາ, ບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດໄດ້ໜູນຊ່ວຍຫວຽດນາມ ປະມານ 300 ລ້ານ USD/ປີ, ນີ້ແມ່ນແຫຼ່ງກຳລັງທີ່ໃຫຍ່ຫຼວງສຳລັບຫວຽດນາມ. ປະຈຸບັນ, ຫວຽດນາມ ມີການພົວພັນຮ່ວມມືກັບເກືອບ 1.000 ອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ, ທີ່ມາຈາກ 30 ປະເທດ ແລະ ເຂດແຄ້ວນ.