ການຮັບເອົາຄຳເຫັນໃສ່ຮ່າງບົດລາຍງານຕິດຕາມກວດກາການປະຕິບັດນະໂຍບາຍ, ກົດໝາຍກ່ຽວກັບປະກັນສຸຂະພາບ
(vovworld) – ຕອນເຊົ້າວັນທີ 20/8, ຢູ່ ຮ່າໂນ້ຍ, ຄະນະຕິດຕາມກວດກາຂອງຄະນະປະຈຳສະພາແຫ່ງຊາດ ໄດ້ຈັດຕັ້ງກອງປະຊຸມຮັບເອົາຄຳເຫັນໃສ່ຮ່າງບົດລາຍງານໝາກຜົນການຕິດຕາມກວດກາເລື່ອງປະຕິບັດນະໂຍບາຍ, ກົດໝາຍກ່ຽວກັບການປະກັນສຸຂະພາບ ໄລຍະ 2009 – 2012 ແລະ ຮ່າງກົດໝາຍວ່າດ້ວຍການປະກັນສຸຂະພາບ (ສະບັບປັບປຸງ). ຜ່ານໄລຍະ 20 ປີ, ກົດໝາຍວ່າດ້ວຍການປະກັນສຸຂະພາບ, ວຽກງານປິ່ນປົວພະຍາດຕາມການປະກັນສຸຂະພາບນັບມື້ນັບຮອບດ້ານ, ພິເສດແມ່ນນັບແຕ່ເມື່ອມີກົດໝາຍວ່າດ້ວຍການປະກັນສຸຂະພາບ, ວຽກງານກວດກາ ປິ່ນປົວພະຍາດຕາມບັດປະກັນສຸຂະພາບນັບມື້ນັບມີປະສິດທິຜົນ. ແຕ່ເຖິງຢ່າງໃດກໍ່ຕາມ, ນະໂຍບາຍກົດໝາຍກ່ຽວກັບການປະກັນສຸຂະພາບຍັງມີສິ່ງຈຳກັດຫຼາຍຢ່າງ. ທ່ານນາງ ບຸຍທິອານ, ສສຊ ນະຄອນ ຮ່າໂນ້ຍ, ຖືວ່າ:
“ວຽກງານກວດກາ, ຕີລາຄາຍັງອ່ອນດ້ອຍຢູ່ ດັ່ງນັ້ນຍັງເກີດສະພາບບັນດາຮາກຖານມີບັນດາເຄື່ອງອຸປະກອນການແພດນຳໃຊ້ປົກກະຕິ, ແຕ່ບັນດາໂຮງໝໍອື່ນບໍ່ຮັບຮູ້ໝາກຜົນຂອງການວິໄຈ, ອັນໄດ້ກໍ່ໃຫ້ເກີດການສິ້ນເປືອງເງິນຂອງປະຊາຊົນ. ຂ້າພະເຈົ້າຖືວ່າ: ຫັນວຽກງານມາເປັນຂອງສັງຄົມແມ່ນຈຳເປັນແຕ່ຄວນກວດກາ, ຊຸກຍູ້, ຕີລາຄາໃຫ້ກະຈ່າງແຈ້ງ, ປອດໄສໃຫ້ຖືກຕ້ອງເພື່ອຮັບໃຊ້ປະຊາຊົນ, ເພື່ອໃຫ້ໂຮງໝໍທຸກແຫ່ງສາດມາດຮັບຮູ້ໄດ້.”
ສສຊ ຫຼາຍຄົນກໍ່ສະເໜີໃຫ້ສະພາແຫ່ງຊາດຄວນສືບຕໍ່ກຳນົດທິດບັດປະກັນສຸຂະພາບທົ່ວປວງຊົນ, ຫັນລາຍຈ່າຍງົບປະມານແຫ່ງລັດໃຫ້ບັນດາໂຮງໝໍ ມາເປັນການໜູນຊ່ວຍປະຊາຊົນເຂົ້າຮ່ວມບັດປະກັນສຸຂະພາບເທື່ອລະກ້າວ. ຕອນບ່າຍວັນດຽວກັນ, ກອງປະຊຸມສືບຕໍ່ເຮັດວຽກ, ປະກອບຄຳເຫັນໃສ່ຮ່າງກົດໝາຍປະກັນສຸຂະພາບ ສະບັບປັບປຸງ.