ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານເຈືອງຮ່ວາບິ່ງກວດກາວຽກງານປ້ອງກັນ,ຕ້ານການສໍ້ລາດບັງຫຼວງຢູ່ນະຄອນໂຮ່ຈິມິນ

(VOVWORLD) -ທ່ານ ເຈືອງຮ່ວາບິ່ງ ປາດຖະໜາວ່າ ຈະສືບຕໍ່ພ້ອມກັບການນຳນະຄອນໂຮ່ຈິມິນ ຕີລາຄາໄດ້ເຖິງສະພາບການຕົວຈິງ ກໍຄືສະພາບການ, ໝາກຜົນການປະຕິບັດການປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງຂອງຄະນະພັກນະຄອນໃນໄລຍະຜ່ານມາ.
ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານເຈືອງຮ່ວາບິ່ງກວດກາວຽກງານປ້ອງກັນ,ຕ້ານການສໍ້ລາດບັງຫຼວງຢູ່ນະຄອນໂຮ່ຈິມິນ - ảnh 1 (ທ່ານ ເຈືອງຮ່ວາບິ່ງ, ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ)

ຕອນບ່າຍວັນທີ 06 ຕຸລາ, ຄະນະກວດກາຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ໂດຍທ່ານ ເຈືອງຮ່ວາບິ່ງ, ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ, ຮອງຫົວໜ້າຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງເປັນຫົວໜ້າຄະນະ, ໄດ້ມີການເຮັດວຽກກັບຄະນະພັກນະຄອນໂຮ່ຈິມິນ ເພື່ອຕິດຕາມກວດກາ, ກະຕຸກຊຸກຍູ້, ຊີ້ນຳວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງປີ 2019. ຜ່ານວຽກງານກວດກາໃນຄັ້ງນີ້, ທ່ານ ເຈືອງຮ່ວາບິ່ງ ປາດຖະໜາວ່າ ຈະສືບຕໍ່ພ້ອມກັບການນຳນະຄອນໂຮ່ຈິມິນ ຕີລາຄາໄດ້ເຖິງສະພາບການຕົວຈິງ ກໍຄືສະພາບການ, ໝາກຜົນການປະຕິບັດການປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງຂອງຄະນະພັກນະຄອນໃນໄລຍະຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ