ຮອງນາຍົກລັດຖະມົນຕີ,ລັດຖະມົນຕີການຕ່າງປະເທດຟ້າມບິ່ງມິງເຈລະຈາກັບລັດຖະມົນຕີກະຊວງການຕ່າງປະເທດນິວຊີແລນ
ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ແລະ
ທ່ານລັດຖະມົນຕີກະຊວງການຕ່າງປະເທດນິວຊີແລນ Muray McCully
(ພາບ: TTXVN)
(vovworld) - ໃນຂອບເຂດການຢ້ຽມປະເທດນິວຊີແລນ ຢ່າງເປັນທາງການ ໃນລະຫວ່າງວັນທີ 01 – 03/12, ຕອນເຊົ້າວັນທີ 02/12, ຢູ່ Auckland, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ໄດ້ມີການເຈລະຈາກັບທ່ານລັດຖະມົນຕີກະຊວງການຕ່າງປະເທດນິວຊີແລນ Muray McCully. ທີ່ການເຈລະຈາ, 2 ຝ່າຍໄດ້ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນຂອງ 2 ປະເທດ; ຮັກສາ ແລະ ເສີມຂະຫຍາຍປະສິດທິຜົນຂອງບັນດາກົນໄກຮ່ວມມື 2 ຝ່າຍ. 2 ຝ່າຍເຫັນດີຍູ້ແຮງການຮ່ວມມືດ້ານການຄ້າ, ການລົງທຶນ, ການບໍລິການ, ສູ້ຊົນຍົກວົງເງິນການຄ້າ 2 ສົ້ນໃຫ້ບັນລຸ 1,7 ຕື້ USD ໃນປີ 2020 ຄືດັ່ງການນຳ 2 ປະເທດໄດ້ວາງອອກ, ນຳການຮ່ວມມືດ້ານເສດຖະກິດໃຫ້ກາຍເປັນຂົງເຂດເສົ້າຄ້ຳຂອງການພົວພັນ 2 ຝ່າຍ. 2 ຝ່າຍເຫັນດີຊຸກຍູ້ການຮ່ວມມືດ້ານກະສິກຳ, ສືບຕໍ່ຍູ້ແຮງການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການສຶກສາ, ພົບພັນແລກປ່ຽນປະຊາຊົນ…
2 ຝ່າຍກໍເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມສະຫງົບ, ປອດໄພໃນການເດີນເຮືອຢູ່ທະເລ ແລະ ການບິນໃນພາກພື້ນ; ເຄົາລົບກົດໝາຍສາກົນ; ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS)…