ກອງປະຊຸມສະຫລຸບວຽກງານປີ 2015, ຜັນຂະຫຍາຍໜ້າທີ່ວຽກງານ
ປີ 2016
|
Vovworld - ຕອນເຊົ້າວັນທີ 15/1, ຢູ່ຮ່າໂນ້ຍ, ຫ້ອງວ່າການລັດຖະບານ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສະຫລຸບວຽກງານປີ 2015, ຜັນຂະຫຍາຍໜ້າທີ່ວຽກງານປີ 2016. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕີລາຄາສູງບັນດາໝາກຜົນພົ້ນເດັ່ນຂອງຫ້ອງວ່າການລັດຖະບານບັນລຸໄດ້ໃນປີຜ່ານມາ. ທ່ານຮອງນາຍົກລັດຖະມົນຕີ ເນັ້ນໜັກວ່າ: ປີ 2016 ແມ່ນປີທຳອິດປະຕິບັດມະຕິຂອງກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກກອມມູນິດ ຫວຽດນາມ, ປະຕິບັດແຜນການພັດທະນາເສດຖະກິດສັງຄົມ 5 ປີໄລຍະ 2016 – 2020. ນີ້ແມ່ນປີີ ຫວຽດນາມ ເຊື່ອມໂຍງຢ່າງເລິກເຊິ່ງ, ກ້ວາງຂວາງເຂົ້າກັບພື້ນຖານເສດຖະກິດໂລກ, ທັງແມ່ນປີທີ່ລັດຖະບານມີກົງຈັກບໍລິຫານໃໝ່, ດັ່ງນັ້ນຫ້ອງວ່າການລັດຖະບານຕ້ອງສືບຕໍ່ປ່ຽນໃໝ່, ປະຕິບັດສຳເລັດແຜນການວຽກງານຕາມຈິດໃຈຂອງມະຕິກອງປະຊຸມໃຫຍ່ຄັ້ງທີ 12, ບັນດາມະຕິຂອງລັດຖະບານ, ນາຍົກລັດຖະມົນຕີ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ຊີ້ແຈ້ງວ່າ:
“ຍົກສູງຄຸນນະພາບການເປັນເສນາທິການສັງລວມຂອງລັດຖະບານໃຫ້ດີກ່ວາອີກ. ນີ້ແມ່ນວຽກງານເປັນປະຈຳ, ເຮັດແນວໃດຕ້ອງຮັບປະກັນລັກສະນະຊັດເຈນ, ທັນການຕ້ອງສູງກ່ວາ, ຖືກຕາມກົດໝາຍ. ສິ່ງພິເສດແມ່ນຕ້ານການສະແຫວງຫາຜົນປະໂຫຍດເປັນກຸ່ມ, ຂ້າພະເຈົ້າຢາກເນັ້ນໜັກວ່າພະນັກງານຫ້ອງວ່າການລັດຖະບານຕ້ອງມີກຳລັງຄວາມສາມາດສູງ, ແມ່ນບັນດານັກຊ່ຽວຊານເກັ່ງໃນວຽກງານ, ຍາມໃດກໍຖືຜົນປະໂຫຍດຂອງຊາດເໜືອກ່ວາສິ່ງໃດໝົດເພື່ອປະຕິບັດວຽກງານເປັນເສນາທິການໃຫ້ລັດຖະບານ, ນາຍົກລັດຖະມົນຕີ.”