ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງ
ຕ້ອນຮັບເອກອັກຄະລັດຖະທູດ ຍີ່ປຸ່ນ
(vovworld) – ຕອນບ່າຍວັນທີ 30/05 ຢູ່ຮ່າໂນ້ຍ, ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດ ຍີ່ປຸ່ນ Fukada Hiroshi, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງ ຕີລາຄາສູງບັນດາການປະກອບສ່ວນຂອງທ່ານເອກອັກຄະລັດຖະທູດໃນການປະກອບສ່ວນຊຸກຍູ້ການພົວພັນອັນດີງາມລະຫວ່າງ 2 ປະເທດ ຫວຽດນາມ - ຍີ່ປຸ່ນ. ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງ ເນັ້ນໜັກວ່າ ຫວຽດນາມ ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອພ້ອມກັບ ຍີ່ປຸ່ນ ສືບຕໍ່ຊຸກຍູ້, ນຳການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດໃຫ້ນັບມື້ນັບພັດທະນາໃນຫລາຍຂົງເຂດຢ່າງແຮງ ແລະ ເລິກເຊິ່ງກ້ວາງຂວາງ. ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງ ສະເໜີ ຍີ່ປຸ່ນ ຍູ້ແຮງການຮ່ວມມື, ໜູນຊ່ວຍ ຫວຽດນາມ ໃນບັນດາຂົງເຂດຄື: ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຍົກສູງຄວາມສາມາດຄຸ້ມຄອງການບໍລິຫານລັດ, ປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ການລົງທຶນ