ຮອງນາຍົກລັດຖະມົນຕີ Nguyen Thien Nhan ຕ້ອນຮັບຄະນະຜູ້ແທນ VAORRC
ທ່ານນາງ Susan M.Schnall ແລະ ທ່ານ Nguyen Thien Nhan
(ພາບ: ສຳນັກຂ່າວສານຫວຽດນາມ)
(vovworld) - ຕອນບ່າຍວັນທີ 8/6, ຢູ່ ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ Nguyen Thien Nhan ໄດ້ມີການຕ້ອນຮັບຄະນະພະນັກງານ ສາມາຄົມວິທະຍາສາດ ແລະ ສຸຂະພາບວົງຄະນະຍາດຂອງ ອາເມລິກາ ສັງກັດຄະນະຂົນຂວາຍຊ່ວຍເຫຼືອບັນດາຜູ້ປະສົບເຄາະຮ້າຍຈາດທາດພິດສີສົ້ມ/ ດີໂອຊີນ ຫວຽດນາມ (ຫຼື VAORRC) ໂດຍທ່ານນາງ Susan M.Schnall ນຳໜ້າ ພວມມີການເຮັດວຽກ ຢູ່ຫວຽດນາມ. ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ Nguyen Thien Nhan ເນັ້ນໜັກວ່າ: ບັນດາຜົນຮ້າຍໂດຍທາດພິດສີສົ້ມ ກໍ່ຂຶ້ນໃນສົງຄາມຢູ່ຫວຽດນາມ, ເຮັດໃຫ້ປະຊາຊົນຫວຽດນາມ ນັບລ້ານຄົນຕິດທາດພິດ ໄດ້ ແລະ ພວມສົ່ງຜົນສະທ້ອນເຖິງລຸ້ນລູກ, ລຸ້ນຫຼານຂອງບັນດາຜູ້ປະສົບເຄາະຮ້າຍ ແລະ ຍັງບໍ່ທັນຮູ້ຢາມໄດຈະສິ້ນສຸດ.
ທ່ານຮອງນາຍົກລັດຖະມົນຕີ Nguyen Thien Nhan ກໍໃຫ້ຮູ້ວ່າ: ປະຈຸບັນ, ລັດຖະບານຫວຽດນາມ ພວມຜັນຂະຫຍາຍປະຕິບັດບັນດາໂຄງການຟື້ນຟູສຸຂະພາບ ໂດຍອີງໃສ່ວົງຄະນະຍາດ ໃຫ້ແກ່ບັນດາຜູ້ປະສົບເຄາະຮ້າຍຈາດທາດພິດເຄມີ ທີ່ ອາເມລິການ ນຳໃຊ້ໃນປາງສົງຄາມຢູ່ຫວຽດນາມ. ທ່ານ ຮອງນາຍົກລັດຖະມົນຕີ ສະເໜີໃຫ້ບັນດານັກວິທະຍາສາດ ອາເມລິກາ ດ້ວຍການ ໄຈ້ແຍກ, ຕີລາຄາດ້ານວິທະຍາສາດຢ່າງລະອຽດ ເພື່ອມີຂໍ້ມູນລະອຽດ ເປັນພື້ນຖານ ເພື່ອສະເໜີບັນດາອົງການຂຶ້ນກັບລັດຖະບານ, ບໍ່ຂຶ້ນກັບລັດຖະບານ ອາເມລິກາ ພິຈາລະນະ ຢ່າງຮອບດ້ານ ເພື່ອແກ້ໄຂສິ່ງແວດລ້ອມ ແລະ ຟື້ນຟູສຸຂະພາບໃຫ້ແກ່ບັນດາຜູ້ປະສົບເຄາະຮ້າຍຈາດທາດຜິດສີສົ້ມ ຢູ່ຫວຽດນາມ.
ທ່ານນາງ Susan Schnall, ຫົວໜ້າຄະນະຂົນຂວາຍຄວາມຮັບຜິດຊອບ ແລະ ຊ່ວຍເຫຼືອຜູ້ຮັບເຄາະຮ້າຍຈາກທາດພິດສີສົ້ມຫວຽດນາມ (ຫຼື VAORRC) ໃຫ້ຮູ້ວ່າ: ຈຸດປະສົງຂອງຄະນະເມືອມາຫວຽດນາມ ແມ່ນເພື່ອແນໃສ່ພົບປະກັບບັນດາຜູ້ປະສົບເຄາະຮ້າຍ, ສຳຫຼວດໂດຍກົງສະພາບຕົວຈິງ ກ່ຽວກັບຜົນຮ້າຍຂອງທາດຜິດສີສົ້ມ ແລະ ສຳຫຼວດທາດພິດສີສົ້ມຍັງຕິດຄ້າງໃຕ້ດິນ. ທ່ານນາງ Susan Schnall ກໍຢືນຢັນຈະສືບຕໍ່ບັນດາຄວາມມານະພະຍາຍາມທີ່ພວມປະຕິບັດ ເພື່ອຍົກສູງສະຕິຂອງວົງຄະນະຍາດ, ດຳເນີນການຂົນຂວາຍ ກ່ຽວກັບດ້ານນິຕິກຳ ໃນສະພາແຫ່ງຊາດ ອາເມລິກາ ໃນການຕໍ່ສູ້ທວງເອົາຍຸດຕິທຳຂອງບັນດາຜູ້ປະສົບເຄາະຮ້າຍຈາກທາດຜິດສີສົ້ມ ດີໂອຊີນ ຫວຽດນາມ.