ຮອງນາຍົກຫວູວັນນິງເຂົ້າຮ່ວມພິທີສະເຫຼີມສະຫຼອງ15ປີແຫ່ງວັນປະກັນໄພເງິນຝາກຫວຽດນາມ
ຮອງນາຍົກລັດຖະມົນຕີ ຫວູວັນນິງ ກ່າວຄຳເຫັນທີ່ພິທີ
(vovworld) - ຕອນເຊົ້າວັນທີ 4/11, ຢູ່ຮ່າໂນ້ຍ, ປະກັນໄພເງິນຝາກຫວຽດນາມ ໄດ້ຈັດຕັ້ງ ພິທີສະເຫຼີມສະຫຼອງ 15 ປີ ແຫ່ງວັນສ້າງຕັ້ງ. ກ່າວຄຳເຫັນນະພິທີ, ທ່ານ ຮອງນາຍົກ ຫວູວັນນິງ ສະເໜີ: ປະກັນໄພເງິນຝາກຫວຽດນາມສືບຕໍ່ຍົກສູງຄວາມສາມາດຄຸ້ມຄອງ ແລະດ້ານວິຊາສະເພາະ ເພື່ອແນໃສ່ຕອບສະໜອງຄວາມຮຽກຮ້ອງຕ້ອງການທີ່ນັບມື້ນັບສູງ; ເປັນເຈົ້າການສົມທົບກັບບັນດາຫົວໜ່ວຍທີ່ກ່ຽວຂ້ອງຂອງທະນາຄານແຫ່ງລັດໃນວິວັດການສ້າງໂຄງປະກອບບັນດາອົງການສິນເຊື່ອຄືນໃໝ່… ພິເສດ, ທະນາຄານແຫ່ງລັດຄວນສ້າງ ແລະ ຍື່ນສະເໜີນາຍົກລັດຖະມົນຕີ ພິຈາລະນາ ອະນຸມັດຜ່ານຍຸດທະສາດພັດທະນາປະກັນໄພເງິນຝາກເພື່ອເປັນພື້ນຖານ, ກຳນົດທິດໃຫ້ແກ່ການເຄື່ອນໄຫວປະກັນໄພເງິນຝາກໃນໄລຍະຈະມາເຖິງໂດຍໄວ. ທ່ານ ຮອງນາຍົກ ຫວູວັນນິງ, ເນັ້ນໜັກວ່າ:
“ທະນາຄານແຫ່ງລັດ, ປະກັນໄພເງິນຝາກຫວຽດນາມ ແລະ ບັນດາກະຊວງ, ຂະແໜງການ, ຫົວໜ່ວຍທີ່ກ່ຽວຂ້ອງເປັນເຈົ້າການຜັນຂະຫຍາຍການປະຕິບັດບັນດາໜ້າທີ່ເຊິ່ງໄດ້ກຳນົດຢູ່ກົດໝາຍວ່າດ້ວຍ ປະກັນໄພເງິນຝາກ ແລະ ບັນດາເອກະສານແນະນຳປະຕິບັດຢ່າງຄົບຖ້ວນ ແລະ ມີປະສິດທິຜົນ. ປະຕິບັດການສະຫຼຸບ 15 ປີ ແຫ່ງການເຄື່ອນໄຫວເພື່ອເປັນພື້ນຖານພຶດຕິກຳຕົວຈິງ, ແນໃສ່ສະເໜີເພີ່ມເຕີມ, ປັບປຸງບັນດາຂໍ້ກຳນົດໃຫ້ເໝາະສົມ. ກ່ອນອື່ນໝົດແມ່ນຕ້ອງຄົ້ນຄ້ວາ, ຍື່ນສະເໜີຕໍ່ນາຍົກລັດຖະມົນຕີກ່ຽວກັບລະດັບເງິນປະກັນໄພໃຫ້ເໝາະສົມກັບສະພາບການໃໝ່“.