ຮອງປະທານຜູ້ທີໜຶ່ງສະພາລັດຖະບານ ກຸຍບາ ຢ້ຽມຢາມຫວຽດນາມ

ຮອງປະທານຜູ້ທີໜຶ່ງສະພາລັດຖະບານ ກຸຍບາ ຢ້ຽມຢາມຫວຽດນາມ - ảnh 1
ທ່ານ​ປະທານ​ສະພາ​ແຫ່ງຊາດ​ຫວຽດຊິງ​ຮຸ່ງ ແລະ
​ທ່ານ Miguel Diaz Canel, ຮອງ​ປະທານ​ຜູ້​ທີ​ໜຶ່ງ​ສະພາ​ລັດຖະບານກຸຍບາ
(ພາບ: cpv.org.vn)


(vovworld) - ການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ ​ແລະ ກຸຍ​ບາ ມີ​ພື້ນຖານ​ໄວ້​ເນື້ອ​ເຊື່ອ​ໃຈ, ​ເລີກ​ເຊິ່ງ. ນັ້ນ​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ທີ່​ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ລັດ​ກຸຍ​ບາ ​ໂດຍ​ທ່ານ Miguel Diaz Canel, ກຳມະການ​ກົມ​ການ​ເມືອງ, ຮອງ​ປະທານ​ຜູ້​ທີ​ໜຶ່ງ​ສະພາ​ລັດຖະບານ, ສະພາລັດຖະມົນຕີ​ສ.ກຸຍ​ບາ ນຳ​ໜ້າ ທີ່​ພວມ​ຢູ່​ຢ້ຽມຢາມ​ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານ​ປະທານ​ສະພາ​ແຫ່ງຊາດ​ຫວຽດຊິງ​ຮຸ່ງ ຢືນຢັນ​ວ່າ: ຫວຽດນາມ ​ແລະ ກຸຍ​ບາ ມີ​ຊັບ​ສິນ​ອັນ​ລ້ຳ​ຄ່າ, ນັ້ນ​ແມ່ນ​ຈິດ​ໃຈ​ຮ່ວມ​ມື​ປະຕິວັດ, ກຳມະຊີບຂອງ 2 ພັກ, 2 ລັດ ​ແລະ ປະຊາຊົນ 2 ຊາດ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ໄດ້​ຕີ​ລາຄາ​ສູງ​ໝາກຜົນ​ຂອງ​ການ​ເຈລະຈາ​ລະຫວ່າງ​ທ່ານຮອງ​ປະທານ​ຜູ້​ທີ​ໜຶ່ງ​ສະພາ​ລັດຖະບານ Miguel Diaz Canel ກັບ​ທ່ານ​ນາງ​ຮອງ​ປະທານ​ປະ​ເທດ​ຫວຽດນາມ ຫງວຽນ​ທິຢວານ ​ແລະ ​ເຊື່ອ​ໝັ້ນ​ວ່າ, ການ​ພົວພັນ​ລະຫວ່າງ 2 ປະ​ເທດ ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ເພີ່ມ​ຂຶ້ນ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ຂົງ​ເຂດ​ກະສິກຳ, ຜະລິດ​ທັນ​ຍາ​ຫານ, ສາທາລະນະ​ສຸກ...

ຂ່າວ/ບົດ​ອື່ນ