ຮອງປະທານສະພາແຫ່ງຊາດຫງວຽນທິກິມເງິນຕ້ອນຮັບຄະນະຜູ້ແທນສະພາ ແຫ່ງຊາດລາວ
ຮອງປະທານສະພາແຫ່ງຊາດຫງວຽນທິກິມເງິນຕ້ອນຮັບຄະນະຜູ້ແທນສະພາແຫ່ງຊາດລາວ
(ພາບ: Lâm Khánh/TTXVN)
(vovworld) – ທີ່ການຕ້ອນຮັບຄະນະສະມາຊິກສະພາແຫ່ງຊາດຍິງ ລາວ ໃນຕອນບ່າຍວັນທີ 30/9, ທ່ານນາງຮອງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ອວຍພອນບັນດາຜົນງານອັນໃຫຍ່ຫຼວງດ້ານເສດຖະກິດ - ສັງຄົມເຊິ່ງການນຳພັກ, ລັດ ແລະ ປະຊາຊົນ ລາວ ອ້າຍນ້ອງບັນລຸໄດ້ໃນໄລຍະຜ່ານມາ, ຕີລາຄາສູງເລື່ອງ ລາວ ຈັດຕັ້ງກອງປະຊຸມໃຫຍ່ AIPA – 35 ສຳເລັດຜົນ, ແລະ ສະແດງຄວາມປິຕິຊົມຊຶນຕໍ່ການພົວພັນມິດຕະພາບ, ຄວາມສາມັກຄີ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ ນັບມື້ນັບກ້າວເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນ. ທ່ານນາງຮອງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເນັ້ນໜັກວ່າ: ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ສະຫງວນບຸລິມະສິດສູງສຸດໃຫ້ແກ່ການປັບປຸງ ແລະ ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານກັບລາວ. ສະແດງຄວາມປາດຖະໜາຕໍ່: ການພົວພັນຮ່ວມມືລະຫວ່າງ ສະພາແຫ່ງຊາດ 2 ປະເທດ, ທ່ານນາງຮອງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ປາດຖະໜາວ່າ: ກຸ່ມສະມາຊິກສະພາແຫ່ງຊາດຍິງ 2 ປະເທດ ສືບຕໍ່ຍູ້ແຮງການຮ່ວມມື, ແລກປ່ຽນບົດຮຽນ, ຖອດຖອນບົດຮຽນເຊິ່ງກັນ ແລະ ກັນ, ພິເສດແມ່ນໃນບັນດາການເຄື່ອນໄຫວນິຕິບັນຍັດ, ການຕິດຕາມກວດກາ, ປະກອບສ່ວນຍົກສູງຄຸນນະພາບການຮັບໃຊ້ບັນດາການເຄື່ອນໄຫວຂອງສະພາແຫ່ງຊາດແຕ່ລະປະເທດ.