ຮອງປະທານສະພາແຫ່ງຊາດ ເຈິ່ນກວາງເຟືອງ ກວດກາວຽກງານເລືອກຕັ້ງຢູ່ ເກິນເທີ

(VOVWORLD) - ທ່ານຮອງປະທານສະພາແຫ່ງຊາດ ເຈິ່ນກວາງເຟືອງ ຮຽກຮ້ອງໃຫ້ທ້ອງຖິ່ນກະກຽມແຕ່ລະຂອດຢ່າງລະອຽດລະອໍ ເພື່ອໃຫ້ວັນເລືອກຕັ້ງກາຍເປັນວັນບຸນຂອງທົ່ວປວງຊົນຢ່າງແທ້ຈິງ.
ຮອງປະທານສະພາແຫ່ງຊາດ ເຈິ່ນກວາງເຟືອງ ກວດກາວຽກງານເລືອກຕັ້ງຢູ່ ເກິນເທີ - ảnh 1(ທ່ານ ເຈິ່ນກວາງເຟືອງ, ຮອງປະທານສະພາແຫ່ງຊາດ ຫວຽດນາມເຮັດວຽກຢູ່ຕາແສງ ເຍິນອາຍ)

        ຕອນບ່າຍວັນທີ 04 ມີນາ, ຄະນະຕິດຕາມກວດກາຂອງອະນຸກຳມະການຮັບປະກັນຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພໃນສັງຄົມ, ສະພາເລືອກຕັ້ງແຫ່ງຊາດ, ໂດຍທ່ານ ເຈິ່ນກວາງເຟືອງ, ຮອງປະທານສະພາແຫ່ງຊາດ ຫວຽດນາມ ເປັນຫົວໜ້າຄະນະ ໄດ້ເຮັດວຽກຢູ່ຕາແສງ ເຍິນອາຍ, ນະຄອນ ເກິນເທີ ກ່ຽວກັບວຽກງານຮັບປະກັນຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມ ເພື່ອຮັບໃຊ້ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 16 ແລະ ຜູ້ແທນສະພາປະຊາຊົນທຸກຂັ້ນ ອາຍຸການ 2026 – 2031.

        ກ່າວຄຳເຫັນທີ່ການຕິດຕາມກວດກາວຽກງານເລືອກຕັ້ງ, ທ່ານຮອງປະທານສະພາແຫ່ງຊາດ ເຈິ່ນກວາງເຟືອງ ຮຽກຮ້ອງໃຫ້ທ້ອງຖິ່ນກະກຽມແຕ່ລະຂອດຢ່າງລະອຽດລະອໍ ເພື່ອໃຫ້ວັນເລືອກຕັ້ງກາຍເປັນວັນບຸນຂອງທົ່ວປວງຊົນຢ່າງແທ້ຈິງ. ຈຸດສຸມແມ່ນເພີ່ມທະວີການບຳລຸງສ້າງ, ແນະນຳດ້ານວິຊາການໃຫ້ແກ່ບັນດາຫົວໜ່ວຍເລືອກຕັ້ງ, ໜ່ວຍເລືອກຕັ້ງ, ຮັບປະກັນຖືກຕາມຫຼັກການ, ຂັ້ນຕອນ, ລະບຽບການ; ຕິດບັນຊີລາຍຊື່ຜູ້ສະໝັກເລືອກຕັ້ງຢ່າງຄົບຖ້ວນ, ຈະແຈ້ງ; ຈັດແບ່ງກຳລັງ, ແນະນຳຢູ່ບັນດາເຂດປ່ອນບັດ, ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພໃນຕະຫຼອດໄລຍະດຳເນີນການປ່ອນບັດ, ຮັບປະກັນໃຫ້ການປ່ອນບັດມີຄວາມປອດໄພ, ປະຊາທິປະໄຕ, ຖືກຕ້ອງຕາມກົດໝາຍ.

ຕອບກັບ

ຂ່າວ/ບົດ​ອື່ນ