ທ່ານ ໂຕເລີມ ຕ້ອນຮັບບັນດາເອກອັກຄະລັດຖະທູດ
(ພາບ: cand.com.vn)
(vovworld) - ຕອນບ່າຍວັນທີ 23/02 ຢູ່ຮ່າໂນ້ຍ, ທ່ານພົນໂທ ໂຕເລີມ ລັດຖະມົນຕີຊ່ວຍວ່າການກະຊວງຕຳຫຼວດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Ted Osius ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ, ທ່ານ Delphine Malard ອຸປະທູດຊົ່ວຄາວສະຫະພາບ ເອີລົບ, ທ່ານ Hugh Borrowman ເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ຫວຽດນາມ ແລະ ທ່ານ David Devine ເອກ ອັກຄະລັດຖະທູດ ການາດາ ປະຈຳ ຫວຽດນາມ ທີ່ມາຢ້ຽມຢາມ ແລະ ເຮັດວຽກກັບກະຊວງຕຳຫລວດ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານພົນໂທ ໂຕເລີມ ຖືວ່າ: ໃນໄລຍະຜ່ານມາ ການພົວພັນຮ່ວມມືລະຫວ່າງ ຫວຽດນາມ ກັບບັນດາປະເທດ ອາເມລິກາ - ສະຫະພາບ ເອີລົບ - ອົດສະຕາລີ ແລະ ການາດາ ໃນບັນດາຂົງເຂດຄື: ດ້ານການເມືອງ, ເສດຖະກິດ, ວັດທະນະທຳ, ສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ…ໄດ້ຮັບການເພີ່ມທະວີ, ປັບປຸງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ. ທ່ານລັດຖະມົນຕີຊ່ວຍວ່າການກະຊວງຕຳຫລວດ ໂຕເລີມ ປາດຖະໜາວ່າ: ໃນໄລຍະຈະມາເຖິງ ບັນດາເອກອັກຄະລັດຖະທູດຈະສືບຕໍ່ເອົາໃຈໃສ່, ຊຸກຍູ້ການພົວພັນຮ່ວມມືລະຫວ່າງບັນດາປະເທດເວົ້າລວມ ແລະ ລະຫວ່າງກະຊວງຕຳຫລວດກັບບັນດາອົງການປະຕິບັດກົດໝາຍຂອງແຕ່ລະປະເທດເວົ້າສະເພາະໃຫ້ນັບມື້ນັບພັດທະນາຢ່າງດີງາມ.