ຮອງລັດຖະມົນຕີການຕ່າງປະເທດ ລາວ ຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ

ຮອງລັດຖະມົນຕີການຕ່າງປະເທດ ລາວ ຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ - ảnh 1

ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ລາວ ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ

(ພາບ: ສຳນັກຂ່າວສານຫວຽດນາມ)

(vovworld) – ວັນ​ທີ 1/3, ທີ່​ຮ່າ​ໂນ​້ຍ, ທ່ານ ຟ້າ​ນບິນ​ມິນ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ນາງ ສູນ​ທອນ ​ໄຊ​ຍະ​ຈັກ, ຮອງ​ຫົວໜ້າ​ຄະນະພົວພັນຕ່າງປະ​ເທດ​ສູນ​ກາ​ງພັກ​ປະຊາຊົນ​ປະຕິວັດ​ລາວ, ຮອງ​ລັດ​ຖະມົນຕີການ​ຕ່າງປະ​ເທ​ດ ສປປ ລາວ ​​ເຂົ້າ​ຢ້ຽມ​ຂ່ຳນັບ ​ເນື່ອງ​ໃນ​ໂອກາດ​ມາ​ຢ້ຽມຢາມ ​ແລ​ະ​ ​ເຮັດ​ວຽກ​ຢູ່​ຫວຽດນາມ ​ແຕ່​ວັນ​ທີ 29/2 ຫາ 3/3. ທີ່​ການ​ຕ້ອນຮັບ, ທ່ານ​ລັດຖະມົນຕີການ​ຕ່າງປະ​ເທດ ຟ້າ​ມບິນ​​ມິນ ​ເນັ້ນ​ໜັກ​ວ່າ: ການ​ຢ້ຽມຢາມ​ຂອງ​ຄະນະ​ຈະ​ປະກອບສ່ວນ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ຫວຽດນາມ - ລາວ ​ເວົ້າ​ລວມ ​ແລະ ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ກະຊວງ​ການ​ຕ່າງປະ​ເທດ 2 ປະ​ເທດ​ເວົ້າ​ສະ​ເພາະ​ຍິ່ງ​ກ່ວາ​ອີກ.

ຂ່າວ/ບົດ​ອື່ນ