(vovworld) - ວັນທີ 21/11, ຢູ່ຮ່າໂນ້ຍ, ກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ສົມທົບກັບກະຊວງບໍລິຫານ ແລະ ຄວາມໝັ້ນຄົງສາທາລະນະ ສ.ເກົາຫຼີ ຈັດຕັ້ງເວທີປາໄສວິສາຫະກິດເຕັກໂນໂລຊີ ແລະ ຂໍ້ມູນຂ່າວສານ ຫວຽດນາມ - ສ.ເກົາຫຼີ, ອັນໄດ້ດຶງດູດຜູ້ແທນປະມານ 150 ທ່ານທີ່ມາຈາກອົງການລັດຖະບານ, ສະຫະສະມາຄົມ ແລະ ວິສາຫະກິດສອງປະເທດເຂົ້າຮ່ວມ. ທີ່ເວທີປາໄສ, ບັນດາຜູ້ແທນໄດ້ຮັບຟັງແນະນຳກ່ຽວກັບສະພາບແວດລ້ອມແຫ່ງການດຳເນີນທຸລະກິດເຕັກໂນໂລຊີ ແລະ ຂໍ້ມູນຂ່າວສານຂອງຫວຽດນາມ ແລະ ສ.ເກົາຫີຼ, ບົດບາດຊຸກຍູ້, ສົ່ງເສີມການດຳເນີນທຸລະກິດຂອງບັນດາສະຫະສະມາຄົມ. ບັນດາຜູ້ແທນກໍສຸມໃສ່ແລກປ່ຽນກ່ຽວກັບກາລະໂອກາດການຮ່ວມມືດຳເນີນທຸລະກິດກ່ຽວກັບເຕັກໂນໂລຊີ ແລະ ຂໍ້ມູນຂ່າວສານລະຫວ່າງ ຫວຽດນາມ ແລະ ສ.ເກົາຫີຼ.