ເກຼັກຖືກຍົກເລີກກົດບະບຽບປະເທດພັດທະນາ

ເກຼັກຖືກຍົກເລີກກົດບະບຽບປະເທດພັດທະນາ - ảnh 1
ປະເທດ ເກຼັກ
ພາບ:internet

(vovworld)-ຕາມ​ການ​ຕີ​ລາ​ຄາ​ລ​້າ​ສຸດ​ຂອງ​ບໍລິສັດ​ສ້າງ​ດັດຊະນີ​ຫລັກ​ຊັບ​​ໃຫ້​ແກ່​ບັນດາ​ຕະຫລາດ​ແຫ່ງ​ຊາດ ​ແລະ ສາກົນ MSCI ​ແລ້ວ, ​ເກ​ຼັກ ຖືກ​ຫລຸດ​ອັນດັບ​ຈາກ​ປະ​ເທດ​ພັດທະນາ​ກາຍ​ເປັນ​ຕະຫລາດ​ພວມ​ພັດທະນາ. ​ເປັນ​ອັນວ່າ ​ເກຼັກ​ແມ່ນ​ປະ​ເທດ​ພັດທະນາ​ທຳ​ອິດ​ຖືກ​ຍົກ​ເລີກ​ກົດ​ລະບຽບ​ດັ່ງກ່າວ. ​ແຈ້ງ​ການ​ຫນັງສືພິມ​ຂອງ MSCI ຊີ້​ແຈ້ງວ່າ:​ ສະພາບ​ປະຈຸ​ບັນ ຂອງ​ພື້ນຖານ​ເສດຖະກິດ ​​ເກັຼກບໍ່​ຕອບ​ສະຫນອງ​ໄດ້​ບັນດາ​ມາດ​ຕະຖານ​ທີ່​ນຳ​ໃຊ້​ໃຫ້​ບັນດາ​ຕະຫລາດ​ພັດທະນາ. MSCI ​ເນັ້ນຫນັກ​ເຖິງ​ລະດັບ​ຫນີ້​ສິນ​ສູງ, ສະພາບ​ກົດ​ຫນ່ວງ​ຂອງ​ພື້ນຖານ​ເສດຖະກິດ ​ແລະ ບັນດາ​ຄວາມ​ຫຍູ້​ງຍາກ​ໃນ​ການ​ລະດົມ​ທຶນ. MSCI ​ເລີ່​ມຕົ້ນ​ພິຈາລະນາ​ຄື​ນລະດັບ​ຕີ​ລາຄາ​ກ່ຽວ​ກັບ​ເກຼັກນັບ​ແຕ່​ເດືອນ 6 ປີ 2012. ຫລັງ​ຈາກ​ນັ້ນ ອົງການ​ນີ້​ໃຫ້​ຮູ້​ວ່າ: ຕະຫລາດ​ການ​ເງິນ​ເກຼັກ ຢຸດຕິ​ການ​ເຄື່ອນ​ໄຫວ​ແລ້ວ,  ສິ່ງ​ດັ່ງກ່າວ​ສາມາດ​​ພາ​ໄປ​ເຖິງ​ການ​ປ່ຽນ​​ແປງ​ໃນ​ການ​ຕີ​ລາຄາ.

 

 

 

 

 

ຂ່າວ/ບົດ​ອື່ນ