(vovworld) - ວັນທີ 14/09, ຢູ່ແຂວງບິ່ງເຢືອງ, ບໍລິສັດຮ່ວມທຸລະກິດຈຳກັດເຂດອຸດສາຫະກຳຫວຽດນາມ - ສິງກະໂປ (VSIP) ໄດ້ສົມທົບກັບຄະນະກຳມະການປະຊາຊົນແຂວງ ບິ່ງເຢືອງ ຈັດພິທີສະເຫຼີມສະຫຼອງ 20 ປີແຫ່ງວັນສ້າງຕັ້ງເຂດອຸດສາຫະກຳຫວຽດນາມ - ສິງກະໂປ. ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ຖືວ່າ, ໃນໄລຍະ 20 ປີຜ່ານມາ. ບັນດາເຂດອຸດສາຫະກຳ VSIP ໄດ້ຕິດພັນກັບພາລະກິດປ່ຽນແປງໃໝ່ ແລະ ພັດທະນາຢູ່ຫວຽດນາມ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດຂອງທ້ອງຖິ່ນ ແລະ ຂອງທັງປະເທດ. ລັດຖະບານຫວຽດນາມ ຕີລາຄາສູງບັນດາການປະກອບສ່ວນຂອງວິສາຫະກິດສິ່ງກະໂປ ຢູ່ຫວຽດນາມ ແລະ ຢືນຢັນວ່າ, ຈະຮັກສາສະພາບແວດລ້ອມແຫ່ງການລົງທຶນເປັນປົກກະຕິ, ຍູ້ແຮງວິວັດການປະຕິຮູບລະບຽບການບໍລິຫານຢ່າງມີປະສິດທິຜົນ, ສືບຕໍ່ສ້າງເງື່ອນໄຂສະດວກໃຫ້ວິສາຫະກິດຕ່າງປະເທດເວົ້າລວມ ແລະ ວິສາຫະກິດສິງກະໂປ ເວົ້າສະເພາະ ທີ່ລົງທຶນເຂົ້າຫວຽດນາມ.