ການເຈລະຈາຍຸດທະສາດ ຫວຽດນາມ - ອັງກິດຄັ້ງທີ 5
(ພາບ: Hoàng Anh/Vietnam+)
|
(vovworld)- ວັນທີ 7/3/2016 ຕາມເນື້ອໃນຈິດໃຈຖະແຫລງການຮ່ວມກ່ຽວກັບການເຈລະຈາຍຸດທະສາດ ຫວຽດນາມ -ອັງກິດ ຊື່ງໄດ້ຮັບການລົງນາມໃນປີ 2010, ທ່ານ ບຸ່ຍແທງເຊີນ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດຫວຽດນາມ ແລະ ທ່ານ Huga Swire, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ອັງກິດ ເປັນປະທານຮ່ວມການເຈລະຈາຍຸດທະສາດ ຫວຽດນາມ-ອັງກິດ ຄັ້ງທີ 5 ຢູ່ ລອນດອນ ແຫ່ງລາຊະອານາຈັກ ອັງກິດ. ທີ່ການເຈລະຈາ, ສອງຝ່າຍໄດ້ສຸມໃສ່ແລກປ່ຽນບັນດາບັນຫາທີ່ກ່ຽວຂ້ອງເຖິງນະໂຍບາຍການຕ່າງປະເທດຂອງຫວຽດນາມ ແລະ ອັງກິດ, ຕີລາຄາສະພາບຕົວຈິງໃນການຮ່ວມມືສອງຝ່າຍ ແລະ ສະເຫນີບັນດາຮູບການເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດໃນບັນດາຂົງເຂດບຸລິມະສິດຄື: ການເມືອງ, ການທູດ, ການຄ້າ, ການລົງທຶນ, ການສຶກສາກໍ່ສ້າງ, ການປ້ອງກັນຊາດ ປ້ອງກັນຄວາມສະຫງົບໃຫ້ເລິກເຊິ່ງກ່ວາອີກ.
ສອງຝ່າຍເຫັນດີສືບຕໍ່ຮັກສາການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ເພີ່ມທະວີການທາບທາມຄວາມເຫັນຢູ່ບັນດາເວທີປາໄສຫລາຍຝ່າຍ ແລະ ອົງການຈັດຕັ້ງສາກົນຄື: ສປຊ, ASEM, ການຮ່ວມມື EU- ອາຊຽນ, ເປັນຕົ້ນໃນບັນດາບັນຫາຄື ກົດໝາຍສາກົນ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການພັດທະນາແບບຍືນຍົງ. ສອງຝ່າຍເຫັນດີຈະສືບຕໍ່ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນລະຫວ່າງສອງປະເທດ, ສ້າງເງື່ອນໄຂສະດວກໃຫ້ວິສາຫະກິດສອງຝ່າຍສຳຜັດກັບຕະຫລາດລົງທຶນ, ດຳເນີນທຸລະກິດຢູ່ແຕ່ລະປະເທດ ແລະ ຢັ້ງຢືນຄຳໝັ້ນສັນຍາຂອງສອງປະເທດຄືນໃໝ່ກ່ຽວກັບການສະຫນັບສະຫນູນຢ່າງແຮງ ແລະ ຊຸກຍູ້ການລົງນາມ, ໃຫ້ສັດຕະຍາບັນສັນຍາການຄ້າເສລີ (FTA) ລະຫວ່າງຫວຽດນາມ ແລະ ສະຫະພາບ ເອີລົບ( EU) ໂດຍໄວ.
ສອງຝ່າຍເຫັນດີ ສືບຕໍ່ສົມທົບກັນຢ່າງແຫນ້ນແຟ້ນເພື່ອຍົກສູງປະສິດທິຜົນການຮ່ວມມືໃນຂົງເຂດການສຶກສາ, ກໍ່ສ້າງ. ສອງຝ່າຍເຫັນດີຜັນຂະຫຍາຍບົດບັນທຶກຊ່ວຍຈຳກ່ຽວກັບດ້ານຮ່ວມມືການປ້ອງກັນຊາດສອງຝ່າຍໃຫ້ມີປະສິດທິຜົນ ແລະ ສືບຕໍ່ຊຸກຍູ້ເພີ່ມທະວີການຮ່ວມມືໃນບັນດາຂົງເຂດຝຶກອົບຮົມ, ກໍ່ສ້າງ, ອຸດສາຫະກຳປ້ອງກັນຊາດ, ຮັກສາສັນຕິພາບ, ຄວາມສະຫງົບທາງທະເລ, ຫນູນຊ່ວຍມະນຸດສະທຳ ແລະ ແກ້ໄຂຜົນຮ້າຍຢ້ອນຫລັງຈາກລູກລະເບີດບໍ່ທັນແຕກຫລັງສົງຄາມ.
ກ່ຽວກັບບັນຫາສາກົນ ແລະ ພາກພື້ນ, ສອງຝ່າຍແບ່ງປັນທັດສະນະຮັກສາສັນຕິພາບ, ສະຖຽນລະພາບ, ຄວາມປອດໄພ ແລະ ຄວາມເສລີໃນການເດີນທະເລ ຢູ່ພາກພື້ນ ແລະ ຜົນປະໂຫຍດລວມຂອງປະຊາຄົມສາກົນ.