ເຊີດຊູ 78 ກິດຈະກຳສິລະປະພື້ນເມືອງຫວຽດນາມ 2016
ເຊີດຊູ 78 ກິດຈະກຳສິລະປະພື້ນເມືອງຫວຽດນາມ 2016
(ພາບ: toquoc.vn)
(vovworld) - 78 ກິດຈະກຳທີ່ໄດ້ຮັບການເຊີດຊູໃນພິທີມອບລາງວັນ ສິລະປະພື້ນເມືອງ ຫວຽດນາມ 2016 ໂດຍສະມາຄົມ ສິລະປະພື້ນເມືອງຫວຽດນາມ ຈັດຕັ້ງໃນຕອນເຊົ້າວັນທີ 12/12 ຢູ່ ຮ່າໂນ້ຍ. ສະມາຄົມ ສິລະປະພື້ນເມືອງ ຫວຽດນາມ ໄດ້ຮັບ 103 ກິດຈະກຳຈົດຊື່ເຂົ້າຮ່ວມການແຂ່ງຂັນປີ 2016. ພາຍຫຼັງວີວັດແຫ່ງການໃຫ້ຄະແນນ ແລະ ເລືອກເຟັ້ນ, ຄະນະຈັດຕັ້ງໄດ້ຕົກລົງມອບ 77 ລາງວັນ ແລະ ຂອງຂວັນໃຫ້ 78 ກິດຈະກຳ, ໃນນັ້ນມີ 2 ລາງວັນທີ 1, 2 ລາງວັນທີ 2 A, 8 ລາງວັນທີ່ 2 B ແລະ 24 ລາງວັນທີ 3 A.
2 ລາງວັນທີ 1 ຂອງປີ 2016 ແມ່ນມອບໃຫ້ກິດຈະກຳ “ສະຖາບັນສົງອິນດູຈີນ - ຮູບແບບຂອງສິລະປະຈຳປາ“ ແລະ “ສິລະປະຂັບມໍເມື່ອງ“. ກິດຈະກຳ “ສະຖາບັນສົງອິນດູຈີນ - ຮູບແບບຂອງສິລະປະຈຳປາ“ ຂອງ ໂງວັນແປງ ໄດ້ຢືນຢັນເຖິງວິວັດແຫ່ງການສ້າງຕັ້ງ, ຄົງຕົວຂອງສິລະປະຈຳປາ. ສ່ວນກິດຈະກຳ “ສິລະປະຂັບມໍເມື່ອງ“ ຂອງຮອງສາສະດາຈານ, ປະລິຍາເອກ ກ່ຽວຈູງເຊີນ ພ້ອມກັບຜູ້ຮ່ວມງານ ບູ່ຍວັນແທ່ງ, ຫງວຽນເຕ້ຈີ ແລະ ບູ່ຍຮູຍວ້ອງ ໄດ້ຍົກອອກເນື້ອແທ້ສະເພາະໃນຄຳນິຍາມ “ຂັບ“, ອັນໄດ້ສ້າງເງື່ອນໄຂຕື່ມອີກໃຫ້ແກ່ການຄົ້ນຄ້ວາກອນເລື່ອງມໍເມື່ອງ.