ພາບປະກອບ
|
(vovworld) – ວັນທີ 27/1, ກົມໃຫຍ່ທ່ອງທ່ຽວ (ຂຶ້ນກັບກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ) ໃຫ້ຮູ້ວ່າ: ແຂກທ່ອງທ່ຽວສາກົນມາ ຫວຽດນາມ ໃນເດືອນ 1/2016 ບັນລຸລະດັບ 800.000 ເທື່ອຄົນ, ເພີ່ມຂຶ້ນ 5,8% ເມື່ອທຽບໃສ່ເດືອນ 12/2015. ຕາມຕົວເລກຫຼ້າສຸດທີ່ຫາກໍ່ໄດ້ປະກາດແລ້ວ, ບັນດາຕະຫຼາດໃຫຍ່ຂອງການທ່ອງທ່ຽວ ຫວຽດນາມຄື: ຈີນ, ຍີ່ປຸ່ນ, ລັດເຊຍ, ສ. ເກົາຫຼີ… ລ້ວນແຕ່ເຕີບໂຕຢູ່ໃນລະດັບສູງໃນເດືອນ 1/2016. ໃນຂະນະນັ້ນ, ແຂກມາຈາກ ສ. ເກົາຫຼີ ເພີ່ມຂຶ້ນຫຼາຍທີ່ສຸດດ້ວຍເກືອບ 150.000 ເທື່ອຄົນ, ເພີ່ມຂຶ້ນກ່ວາ 30% ເມື່ອທຽບໃສ່ເດືອນ 12/2015. ໃນປີ 2015, ສ. ເກົາຫຼີ ກໍແມ່ນຕະຫຼາດເຕີບໂຕປະທັບໃຈດ້ວຍ 31,3% ໃນປີ 2015, ເປັນຄັ້ງທຳອິດລື່ນກາຍລະດັບແຂກທ່ອງທ່ຽວ 1 ລ້ານເທ່ືອຄົນ.
ໃນປີ 2016, ຫວຽດນາມ ວາງຄາດໝາຍຕ້ອນຮັບແຂກທ່ອງທ່ຽວສາກົນ 8,5 ລ້ານເທື່ອຄົນ, ຮັບໃຊ້ແຂກພາຍໃນປະເທດ 60 ລ້ານເທື່ອຄົນ. ຫົວໜ້າກົມໃຫຍ່ທ່ອງທ່ຽວ ທ່ານ ຫງວຽນວັນຕ໋ວນ ໃຫ້ຮູ້ວ່າ: ທົ່ວຂະແໜງທ່ອງທ່ຽວມານະພະຍາຍາມປ່ຽນໃໝ່, ຍົກສູງປະສິດທິຜົນ ແລະ ລັກສະນະວິຊາຊີບໃນການໂຄສະນາສົ່ງເສີມ, ລະອຽດແມ່ນສືບຕໍ່ຜັນຂະຫຍາຍຍຸດທະສາດ marketing ຂອງການທ່ອງທ່ຽວຫວຽດນາມ.