ພາບປະກອບ
(vovworld) – ຕາມກົມໃຫຍ່ສະຖິຕິແລ້ວ, ດັດຊະນີການຜະລິດຂອງທົ່ວຂະແໜງອຸດສາຫະກຳໃນເດືອນ 8 ຄາດວ່າໄດ້ເພີ່ມຂຶ້ນ 7,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໄລ່ລວມໃນ 8 ເດືອນຜ່ານມາ, ດັດຊະນີການຜະລິດອຸດສາຫະກຳເພີ່ມຂຶ້ນ 6,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນ 8 ເດືອນຜ່ານມາ, ບັນດາຂະແໜງອຸດສາຫະກຳ, ຂະແໜງປຸງແຕ່ງ, ຜະລິດ ເພີ່ມຂຶ້ນ 9,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.