ເບິ່ງແຍງດູແລຄົນທຸກຍາກ, ຜູ້ອອກແຮງງານໃນໂອກາດບຸນເຕັດ

(VOVWORLD) -ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ ພ້ອມກັບການນຳສະຫະພັນໃຫຍ່ແຮງງານຫວຽດນາມ, ແຂວງບັ໊ກນິງ ໄດ້ມອບຂອງຂວັນ 2.000 ພູດໃຫ້ສະມາຊິກກຳມະບານທີ່ປະສົບກັບຄວາມຫຍຸ້ງຍາກ

ເບິ່ງແຍງດູແລຄົນທຸກຍາກ, ຜູ້ອອກແຮງງານໃນໂອກາດບຸນເຕັດ - ảnh 1ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ

(ພາບ: TTXVN)

ຕອນຄ່ຳວັນທີ 29 ທັນວາ, ຢູ່ເຂດອຸດສາຫະກຳ ອຽນຟອງ 1, ເມືອງ ອຽນຟອງ, ແຂວງ ບັ໊ກນິງ, ໄດ້ດຳເນີນລາຍການບຸນເຕັດແຫ່ງການເຕົ້າໂຮມ ດ້ວຍຫົວຂໍ້ວ່າ “ບຸນເຕັດແຫ່ງການເຕົ້າໂຮມ - ຕ້ອນຮັບລະດູບານໃໝ່, ຮູ້ບຸນຄຸນຕໍ່ພັກ”.

          ທີ່ລາຍການ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ ພ້ອມກັບການນຳສະຫະພັນໃຫຍ່ແຮງງານຫວຽດນາມ, ແຂວງບັ໊ກນິງ ໄດ້ມອບຂອງຂວັນ 2.000 ພູດໃຫ້ສະມາຊິກກຳມະບານທີ່ປະສົບກັບຄວາມຫຍຸ້ງຍາກ; ມອບປີ້ລົດ, ປີ້ລົດໄຟ 7.000 ປີ້ໃຫ້ຜູ້ອອກແຮງງານສະມາຊິກກຳມະບານທີ່ເຮັດວຽກຢູ່ຫ່າງໄກບ້ານເກີດເມືອງນອນເພື່ອກັບເມືອຕ້ອນຮັບບຸນເຕັດ.

          ກ່ອນໜ້ານັ້ນ, ຕອນບ່າຍວັນທີ 29 ທັນວາ, ຢູ່ນະຄອນ ບັ໊ກນິງ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ກໍ່ໄດ້ມອບຂອງຂວັນບຸນເຕັດໃຫ້ຄົນທຸກຍາກ ແລະ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຢູ່ແຂວງ ບັ໊ກນິງ ເນື່ອງໃນໂອກາດລະດູບານໃໝ່ປີຊວດ 2020.

ຕອບກັບ

ຂ່າວ/ບົດ​ອື່ນ