(vovworld) - ວັນທີ 22/07, ຢູ່ນະຄອນ ດ່າລາດ (ແຂວງ ເລີມດົ່ງ), ຄະນະຊີ້ນຳເຂດໄຕງວຽນ ໄດ້ຈັດກອງປະຊຸມສະຫຼຸບວຽກງານໃນ 6 ເດືອນຕົ້ນປີ ແລະ ຜັນຂະຫຍາຍໜ້າທີ່ໃນຊຸມເດືອນຍັງເຫຼືອຂອງປີ 2013. ຕາມຄະນະຊີ້ນຳເຂດໄຕງວຽນ ແລ້ວ, ໃນ 6 ເດືອນຕົ້ນປີ 2013, ການເຕີບໂຕ GDP ຂອງທົ່ວເຂດ ໄຕງວຽນ ບັນລຸປະມານ 9%, ວົງເງິນສົ່ງອອກບັນລຸ 899 ລ້ານ USD. ວຽກງານຮັບປະກັນຊີວິດສັງຄົມ ໄດ້ຮັບຄວາມເອົາໃຈໃສ່, ພື້ນຖານດ້ານວັດຖຸ ແລະ ຄຸນນະພາບການສຶກສາ, ສາທາລະນະສຸກໄດ້ຮັບການປັບປຸງ. ກ່າວຄຳເຫັນສະຫຼຸບກອງປະຊຸມ, ພົນເອກ ເຈີນດ້າຍກວາງ, ກຳມະການກົມການເມືອງ, ລັດຖະມົນຕີກະຊວງຕຳຫຼວດ, ຫົວໜ້າຄະນະຊີ້ນຳເຂດ ໄຕງວຽນ ຊີ້ແຈ້ງວ່າ: ໜ້າທີ່ຈຸດສຸມແຕ່ນີ້ຮອດທ້າຍປີ ແມ່ນຄະນະຊີ້ນຳເຂດ ໄຕງວຽນ ເພີ່ມທະວີການສົມທົບກັບກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆ ປະຕິບັດຈຸດໝາຍຮັກສາສະຖຽນລະພາບທາງດ້ານການເມືອງ, ສັງຄົມ, ປົກປັກຮັກສາອະທິປະໄຕ, ຄວາມສະຫງົບຢູ່ເຂດຊາຍແດນ ແລະ ພາຍໃນປະເທດ. ທົ່ວເຂດ ໄຕງວຽນ ຕ້ອງສູ້ຊົນບັນລຸຄາດໝາຍການເຕີບໂຕດ້ານເສດຖະກິດ, ຍົກສູງລາຍຮັບ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ; ແກ້ໄຂບັນດາບັນຫາເຄັ່ງຮ້ອນກ່ຽວກັບຊັບພະຍາກອນ, ສິ່ງແວດລ້ອມ, ທີ່ດິນ, ວຽກເຮັດງານທຳ ແລະ ຊີວິດການເປັນຢູ່ຂອງປະຊາຊົນຊົນເຜົ່າສ່ວນໜ້ອຍຢ່າງມີປະສິດທິຜົນ.