ເບິ່ງແຍງດູແລຊາວຫວຽດນາມຜູ້ມີຄຸນງາມຄວາມດີພວມອາໄສຢູ່ກຳປູເຈຍ

(VOVWORLD) -ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ແລກປ່ຽນ, ເຮັດແຈ້ງບັນດາຂັ້ນຕອນ, ລະບຽບການຜັນຂະຫຍາຍປະຕິບັດການເບິ່ງແຍງດຸແລຜູ້ທີ່ມີຄຸນງາມຄວາມດີພວມອາໄສຢູ່ຕ່າງປະເທດ

ເບິ່ງແຍງດູແລຊາວຫວຽດນາມຜູ້ມີຄຸນງາມຄວາມດີພວມອາໄສຢູ່ກຳປູເຈຍ - ảnh 1 (ກອງປະຊຸມຜັນຂະຫຍາຍການປະຕິບັດລະບອບ, ນະໂຍບາຍສຳລັບຊາວຫວຽດນາມ

ຜູ້ທີ່ມີຄຸນງາມຄວາມດີພວມອາໄສຢູ່ກຳປູເຈຍ)

ຕອນເຊົ້າວັນທີ 22 ເມສາ, ຢູ່ນະຄອນຫຼວງ ພະນົມເປັນ, ລາຊະອານາຈັກ ກຳປູເຈຍ, ຄະນະປະຕິບັດງານຂອງລັດຖະບານຫວຽດນາມ ໄດ້ສົມທົບກັບສະຖານທູດຫວຽດນາມ ປະຈຳກຳປູເຈຍ ຈັດກອງປະຊຸມຜັນຂະຫຍາຍການປະຕິບັດລະບອບ, ນະໂຍບາຍສຳລັບຊາວຫວຽດນາມ ຜູ້ທີ່ມີຄຸນງາມຄວາມດີພວມອາໄສຢູ່ກຳປູເຈຍ. ນີ້ແມ່ນຄັ້ງທຳອິດທີ່ລັດຖະບານຜັນຂະຫຍາຍການປະຕິບັດນະໂຍບາຍໜູນຊ່ວຍສຳລັບຊາວຫວຽດນາມ ຜູ້ທີ່ມີຄຸນງາມຄວາມດີຕໍ່ປະເທດຊາດ ທີ່ພວມດຳລົງຊີວິດຢູ່ຕ່າງປະເທດ.

        ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ແລກປ່ຽນ, ເຮັດແຈ້ງບັນດາຂັ້ນຕອນ, ລະບຽບການຜັນຂະຫຍາຍປະຕິບັດການເບິ່ງແຍງດຸແລຜູ້ທີ່ມີຄຸນງາມຄວາມດີພວມອາໄສຢູ່ຕ່າງປະເທດ; ຍົກອອກບາງບັນຫາທີ່ຫຍຸ້ງຍາກ, ສິ່ງທີ່ຄ້າງຄາເມື່ອປະຕິບັດນະໂຍບາຍດັ່ງກ່າວ.

        ຕາມຕົວເລກສຳຫຼວດເບື້ອງຕົ້ນແລ້ວ, ມີ 40.000 ກໍລະນີທີ່ມີເງື່ອນໄຂຢ່າງພຽງພໍໄດ້ຮັບລະບອບໜູນຊ່ວຍ, ບຸລິມະສິດຜູ້ທີ່ມີຄຸນງາມຄວາມດີຕໍ່ປະເທດຊາດໃນທົ່ວໂລກ ແລະ ກຳປູເຈຍ ແມ່ນໜຶ່ງໃນບັນດາປະເທດມີຜູ້ທີ່ມີຄຸນງາມຄວາມດີພວມດຳລົງຊີວິດຫຼາຍທີ່ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ