(VOVWORLD) - ປີ 1965, ທ່ານໄດ້ໄປພາກໃຕ້ ຫວຽດນາມ, ເປັນນັກຂ່າວສະໜາມຮົບຂອງໜັງສືພິມ ຢາຍຟອງ (ປົດປ່ອຍ) - ອົງການສູນກາງຂອງແນວໂຮມປະເທດຊາດພາກໃຕ້ ຫວຽດນາມ.
(ພິທີເປີດຕົວຟິມຮູບເງົາເອກະສານ) |
ຕອນບ່າຍວັນທີ 15 ມິຖຸນາ, ຢູ່ ຮ່າໂນ້ຍ, ສະມາຄົມນັກຂ່າວ ຫວຽດນາມ ໄດ້ສົມທົບກັບບັນດາຫົວໜ່ວຍທີ່ກ່ຽວຂ້ອງ ແລະ ຄອບຄົວນັກຂ່າວ ກິມຕວ່ານ ຈັດພິທີເປີດຕົວຟິມຮູບເງົາເອກະສານ, ວາງສະແດງຫົວເລື່ອງສະເພາະ ແລະ ການໂອ້ລົມສົນທະນາ “ກິມຕວ່ານ, ນັກຂ່າວ - ນັກຮົບ”, ເນື່ອງໃນໂອກາດສະເຫຼີມສະຫຼອງ 100 ປີແຫ່ງວັນສື່ມວນຊົນປະຕິວັດ ຫວຽດນາມ (21 ມິຖຸນາ 1925 – 21 ມິຖຸນາ 2025).
ນັກຂ່າວ ກິມຕວ່ານ, ເກີດປີ 1940, ຢູ່ຕາແສງ ເຕິນຈ່າວ, ເມືອງ ກຽນຖຸຍ, ນະຄອນ ຫາຍຟ່ອງ. ປີ 1965, ທ່ານໄດ້ໄປພາກໃຕ້ ຫວຽດນາມ, ເປັນນັກຂ່າວສະໜາມຮົບຂອງໜັງສືພິມ ຢາຍຟອງ (ປົດປ່ອຍ) - ອົງການສູນກາງຂອງແນວໂຮມປະເທດຊາດພາກໃຕ້ ຫວຽດນາມ. ໃນໄລຍະທ້ອນໂຮມປະເທດຊາດເປັນເອກະພາບ ແລະ ປ່ຽນແປງໃໝ່, ທ່ານສືບຕໍ່ອຸທິດສ່ວນໃຫ້ແກ່ສື່ມວນຊົນປະຕິວັດ. ກ່າວຄຳເຫັນທີ່ພິທີ, ທ່ານ ເລກວັກມິງ, ບັນນາທິການໃຫຍ່ໜັງສືພິມ ເຍິນເຍິນ ສຽງຂອງສູນກາງພັກກອມມູນິດ ຫວຽດນາມ, ຮອງຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນການ, ເນັ້ນໜັກວ່າ ເລື່ອງແນະນຳຟິບຮູບເງົາເອກະສານກ່ຽວກັບນັກຂ່າວ ກິມຕວ່ານ ທັງແມ່ນການເຄື່ອນໄຫວເຊີດຊູບັນດາການອຸທິດສ່ວນທີ່ບໍ່ຮູ້ອິດຮູ້ເມື່ອຍຂອງນັກຂ່າວ ກິມຕວ່ານ, ທັງແມ່ນໂອກາດເພື່ອໃຫ້ພວກເຮົາຫວນຄືນປະຫວັດສາດອັນສະຫງ່າລາສີຂອງສື່ມວນຊົນປະຕິວັດ ຫວຽດນາມ ອີກດ້ວຍ.
ຟິມຮູບເງົາບໍ່ເປັນການເຊີດຊູຜູ້ໜຶ່ງ, ຫາກພັນລະນາສ່ວນໜຶ່ງປະຫວັດສາດຂອງຊາດ; ຈົດຈຳຄຸນງາມຄວາມດີຂອງນັກຂ່າວລຸ່ນກ່ອນໆອີກດ້ວຍ.