ເປີດສະຫຼອງຫໍພິພິດຕະພັນວັດທະນະທຳພຸດທະສາສະໜາແຫ່ງທຳອິດຢູ່ຫວຽດນາມ
ຫໍພິພິດຕະພັນວັດທະນະທຳພຸດທະສາສະໜາແຫ່ງທຳອິດຢູ່ຫວຽດນາມ
(ພາບ: dantri)
(vovworld) - ຫໍພິພິດຕະພັນວັດທະນະທຳພຸດທະສາສະໜາແຫ່ງທຳອິດຢູ່ຫວຽດນາມ ໄດ້ເປີດສະຫຼອງໃນວັນທີ 24/12, ຢູ່ວັດ ກ໋ວານເທ໋ເອີມ (ເຈົ້າແມ່ກວນອິນ), ເມືອງ ງູ້ແຮ່ງເຊີນ, ນະຄອນດ່ານັ້ງ. ຫໍພິພິດຕະພັນວັດທະນະທຳພຸດທະສາສະໜາ ໄດ້ຮັບການລົງທຶນກໍ່ສ້າງ ດ້ວຍຈຳນວນເງິນກວ່າ 6 ຕື້ດົ່ງ; ມີເນື້ອທີ່ວາງສະແດງແມ່ນ 500 ຕາແມັດ, ຕິດກັບວັດ ກ໋ວານເທ໋ເອີມ ດ້ວຍເນື້ອທີ່ກໍ່ສ້າງທັງໝົດແມ່ນກວ່າ 7.000 ຕາແມັດ, ເຊິ່ງນອນໃນກຸ່ມເຂດທັດສະນີຍະພາບແຫ່ງຊາດ ງູ້ແຮ່ງເຊີນ. ວັດຖຸພັນເກືອບ 300 ຢ່າງທີ່ວາງສະແດງຢູ່ຫໍພິພິດຕະພັນ ແມ່ນໄດ້ເຕົ້າໂຮມ, ສະສົມມາເປັນເວລາ 20 ປີນັ້ນ, ໄດ້ສະທ້ອນໃຫ້ເຫັນວັດທະນະທຳພຸດທະສາສະໜາຫວຽດນາມ ແລະ ບາງປະເທດອາຊີ ອື່ນ.
ເລື່ອງສ້າງຕັ້ງຫໍພິພິດຕະພັນວັດທະນະທຳພຸດທະສາສະໜາ ໄດ້ຊ່ວຍຮັກສາບຸລະນະບັນດາວັນຖຸບູຮານທີ່ເປັນເອກະລັກສະເພາະ, ມີຄຸນຄ່າພິເສດຂອງມໍລະດົກວັດທະນະທຳພຸດທະສາສະໜານະຄອນດ່ານັ້ງ ເວົ້າສະເພາະ ແລະ ຂອງຫວຽດນາມ ເວົ້າລວມ.