ເປີດສະຫຼອງອົງການທີ່ີປຶກສາດ້ານການທະຫານຫວຽດນາມປະຈຳລາຊະອານາຈັກອັງກິດ
ເປີດສະຫຼອງອົງການທີ່ີປຶກສາດ້ານການທະຫານຫວຽດນາມ
ປະຈຳລາຊະອານາຈັກອັງກິດ
(ພາບ: baotintuc)
(vovworld) – ພິທີເປີດສະຫຼອງອົງການທີ່ີປຶກສາດ້ານການທະຫານຫວຽດນາມ ປະຈຳລາຊະອານາຈັກອັງກິດ ຖືກຈັດຂຶ້ນຢູ່ນະຄອນຫຼວງ ລອນດອນ, ໃນວັນທີ 30/09. ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳລາຊະອານາຈັກອັງກິດ ຫງວຽນວັນທາວ, ຢືນຢັນວ່າ ການເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ ກັບບັນດາຄູ່ຮ່ວມມືສາກົນ,ໃນນັ້ນມີອັງກິດ, ແມ່ນເສົ້າຄ້ຳຂອງວິວັດການເຊື່ອມໂຍງຢ່າງຮອບດ້ານຂອງຫວຽດນາມ. ເລື່ອງເປີດສະຫຼອງອົງການທີ່ີປຶກສາດ້ານການທະຫານຫວຽດນາມປະຈຳລອນດອນ ແມ່ນເພື່ອແນໃສ່ປະຕິບັດການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຄົບຊຸດ ແລະ ເຮັດໃຫ້ການພົວພັນຮ່ວມມືຮອບດ້ານລະຫວ່າງ 2 ປະເທດເລິກເຊິ່ງກວ່າ. ເລື່ອງສ້າງຕັ້ງອົງການທີ່ີປຶກສາດ້ານການທະຫານຫວຽດນາມປະຈຳອັງກິດ ແມ່ນກົງກັບໂອກາດ 2 ປະເທດສະເຫຼີມສະຫຼອງ 5 ປີແຫ່ງວັນສ້າງການພົວພັນຄູ່ຮ່ວມມືຍຸດທະສາດ ສະແດງໃຫ້ເຫັນຄວາມຕັດສິນໃຈຂອງຫວຽດນາມ ໃນການຊຸກຍູ້ການພົວພັນຮ່ວມມື 2 ຝ່າຍໃນຂົງເຂດປ້ອງກັນຊາດ, ແທດເໝາະກັບຈິດໃຈຂອງການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ ແລະ ອັງກິດ. ຍາມໃດຫວຽດນາມ ກໍຖືເປັນສຳຄັນບົດບາດຂອງອັງກິດ ບົນເວທີປາໄສສາກົນ ແລະ ເຊື່ອໝັ້ນຕໍ່ການຮ່ວມມືໃນການປ້ອງກັນຊາດລະຫວ່າງ 2 ປະເທດ ບໍ່ພຽງແຕ່ນຳມາເຊິ່ງຜົນປະໂຫຍດກ່ຽວກັບຄວາມສະຫງົບປອດໄພໃຫ້ແຕ່ລະປະເທດເທົ່ານັ້ນ, ຫາກຍັງແທ່ນການປະກອບສ່ວນຮັກສາສັນຕິພາບ, ຄວາມໝັ້ນຄົງຢູ່ພາກພື້ນ ແລະ ໃນໂລກອີກດ້ວຍ.