ເປັນຄັ້ງທຳອິດທີ່ພະລາຊິນີ Elizabeth II ເຂົ້າຮ່ວມກອງປະຊຸມ ຂອງລັດຖະບານອັງກິດ

ເປັນຄັ້ງທຳອິດທີ່ພະລາຊິນີ Elizabeth II ເຂົ້າຮ່ວມກອງປະຊຸມ ຂອງລັດຖະບານອັງກິດ - ảnh 1
ພະລາຊິນີ Elizabeth II ​ເຂົ້າ​ຮ່ວມ​ກອງປະຊຸມ​ຂອງ​ລັດຖະບານ​ອັງກິດ
(ພາບ: The Sun)


(vovworld) -     ວັນ​ທີ 18/12, ເປັນ​ຄັ້ງທຳ​ອິດທີ່ພະລາຊິນີ Elizabeth II ​ເຂົ້າ​ຮ່ວມ​ກອງປະຊຸມ​ຂອງ​ລັດຖະບານ​ອັງກິດ, ພົບ​ປະ​ກັບ​ບັນດາ​ສະມາຊິກ​ຄະ​ນະ​ລັດຖະບານ ​ແລະ ຮັບ​ຟັງ​ການ​ປຶກສາ​ຫາລື​ກ່ຽວ​ກັບ​ນະ​ໂຍບາຍ​ພົວພັນ​ພາຍ​ໃນ ​ແລະ ຕ່າງປະ​ເທດ. ວົງ​ການ​ສື່ມວນ​ຊົນອັງກິດ​ໄດ້​ຖື​ວ່າ ພະລາຊິມີ Elizabeth II ​ໄດ້​ສ້າງ​ຂີ​ດໝາຍ​ກ່ຽວ​ກັບລະບອບ​ການ​ປົກຄອງໃນ​ເວ​ທີ​ການ​ເມືອງ ກໍ​ຄືປະຫວັດ​ສາດຂອງ​ປະ​ເທດ​ນີ້ ກົງ​ກັບ​​ໂອກາດສະ​ເຫຼີມສະຫຼອງ 60 ປີ​ແຫ່ງ​ວັນ​ພາລາ​ຊີ​ນີຂຶ້ນ​ຄອງ​ລາຊະ​ບັນ​ລັງ. ສາດສະດາຈານ Jane Ridley, ຜູ້​​ຂຽນ​ປະ​ຫວັດຫຍໍ້​ເຈົ້າ​ຊີວິດ Edward VII, ​ຖື​ວ່າ ​ເຫດການ​ນີ້​ແມ່ນການ​ທົດ​ລອງຄວາມ​ສາມາດ​ຂອງ​ຕົນ​ໃນ​ຂົງ​ເຂດ​ການ​ເມືອງ​ຂອງ​ລາ​ຊະ​ວົງ​ອັງກິດ. ຕາມ​ທ່ານ​ອະດີດ​ເຈົ້າ​ໜ້າ​ທີ່​ລັດຖະບານ Lord O’Donnell ​ແລ້ວ, ນີ້​ແມ່ນ​ວຽກ​ງານ​ທີ່​ຄວນ​ເຮັດ, ​ເພາະ​ມັນສະ​ແດງ​​ໃຫ້​ເຫັນ​ສິດ​ອຳ​ນາດ​ຂອງພະລາຊິນີ​ ໃນ​ຂົງ​ເຂດ​ການ​ເມືອງ, ​ເພື່ອ​ປະ​ເທດ​ຊາດ ​ແລະ ປະຊາຊົນ. ທ່ານ​ຖື​ວ່າ ​​ເນື່ອງ​ໃນ​ໂອກາດ​ນີ້ ຄະນະ​ລັດຖະບານ ກໍ​ຢາກ​ສະ​ແດງຄວາມ​ຮູ້​ບຸ​ນຄຸນ​ທີ່​ມີ​ຕໍ່​ພະ​ລາຊະ​ນີໃນ 60 ປີ​ທີ່​ກຳ​ອຳນາດ.

ຂ່າວ/ບົດ​ອື່ນ