ເພີ່ມທະວີການຄວບຄຸມມົນລະພິດສິ່ງແວດລ້ອມທາງອາກາດ

(VOVWORLD) -ນັບແຕ່ນີ້ຮອດກາງປີ 2021, ຄວນປະຕິບັດການກວດກາ, ຕີລາຄາສະພາບການປະຕິບັດການຄວບຄຸມຂີ້ຟຸນ, ອາຍພິດຢູ່ບັນດາຮາກຖານອຸດສາຫະກຳ, ການເຄື່ອນໄຫວຄົມມະນາຄົມ
ເພີ່ມທະວີການຄວບຄຸມມົນລະພິດສິ່ງແວດລ້ອມທາງອາກາດ - ảnh 1(ພາບປະກອບ:baovanhoa.vn)

 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຫາກໍ່ປະກາດຄຳສັ່ງກ່ຽວກັບການເພີ່ມທະວີການຄວບຄຸມມົນລະພິດທາງອາກາດ. ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ບັນດາກະຊວງ, ຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນຂຶ້ນກັບສູນກາງ ຈົ່ງສຸມໃສ່ຍູ້ແຮງການປະຕິບັດບັນດາໂຄງການ, ໜ້າທີ່ກ່ຽວກັບການຄຸ້ມຄອງຄຸນນະພາບອາກາດ ຖືກຕ້ອງຕາມຄຳສັ່ງຂອງນາຍົກລັດຖະມົນຕີ ແລະ ແຜນການກະທຳລະດັບຊາດກ່ຽວກັບການຄຸ້ມຄອງຄຸນນະພາບອາກາດຮອດປີ 2020, ວິໄສທັດຮອດປີ 2025. ພິເສດ, ນັບແຕ່ນີ້ຮອດກາງປີ 2021, ຄວນປະຕິບັດການກວດກາ, ຕີລາຄາສະພາບການປະຕິບັດການຄວບຄຸມຂີ້ຟຸນ, ອາຍພິດຢູ່ບັນດາຮາກຖານອຸດສາຫະກຳ, ການເຄື່ອນໄຫວຄົມມະນາຄົມ, ການກໍ່ສ້າງຂຶ້ນກັບການຄຸ້ມຄອງຕາມກົດໝາຍ, ສະເໜີໃຫ້ບັນດາອົງການທີ່ມີສິດອຳນາດພິຈາລະນາຢຸດຕິຊົ່ວຄາວ, ຢຸດຕິບັນດາຮາກຖານກໍ່ມົນລະພິດຕໍ່ສິ່ງແວດລ້ອມຢ່າງຮ້າຍແຮງຕາມຂໍ້ກຳນົດຂອງກົດໝາຍ.

ຕອບກັບ

ຂ່າວ/ບົດ​ອື່ນ