ເພີ່ມທະວີການພົວພັນລະຫວ່າງສະພາແຫ່ງຊາດຫວຽດນາມແລະລາຊະອານາຈັກແບນຊິກ
ທ່ານ ອວາງຈູລຶວ ຮອງປະທານສະພາແຫ່ງຊາດ
(ພາບອິນເຕີແນັດ)
(vovworld) – ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກ ຢູ່ລາຊະອານາຈັກແບນຊິກ ແລະ ສະຫະພາບເອີລົບ (EU) ລະຫວ່າງວັນທີ 25-29/6, ວັນທີ 27/6, ທ່ານ ອວາງຈູລຶວ ຮອງປະທານສະພາແຫ່ງຊາດ ແລະ ຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ ໄດ້ມີການພົບປະກັບ ທ່ານ ນາງ Isabelle Emmery, ຮອງປະທານລັດຖະສະພາເຂດ Wallonie-Brussels. ທ່ານ ອວາງຈູລຶວ, ຮອງປະທານສະພາແຫ່ງຊາດ ໄດ້ຢືນຢັນເຖິງ ນະໂຍບາຍສະເໝີຕົ້ນສະເໝີປາຍ ຂອງຫວຽດນາມ ໃນການເພີ່ມທະວີການພົວພັນກັບແບນຊິກ, ເຊິ່ງແມ່ນຄູ່ຮ່ວມມືທີ່ສຳຄັນ ຂອງຫວຽດນາມ ໃນ EU. ທ່ານ ອວາງຈູລຶວ, ຮອງປະທານສະພາແຫ່ງຊາດ ປາດຖະໜາວ່າ: ລັດຖະສະພາ ແລະ ລັດຖະບານເຂດ Wallonie-Brussels ຈະສືບຕໍ່ເພີ່ມທະວີຮູບການຮ່ວມມືນີ້ ເພື່ອປະກອບສ່ວນພັດທະນາພື້ນຖານການສຶກສາ ຂອງຫວຽດນາມ. ກ່ຽວຂ້ອງເຖິງການຮ່ວມມືກັບລັດຖະສະພາ, ທ່ານ ອວາງຈູລຶວ, ຮອງປະທານສະພາແຫ່ງຊາດ ປາດຖະໜາວ່າ: ການພົວພັນຮ່ວມມື ລະຫວ່າງ ສະພາແຫ່ງຊາດຫວຽດນາມ ແລະ ລັດຖະສະພາເຂດ Wallonie-Brussels ກໍ່ຄືລັດຖະສະພາສະຫະພັນ ຈະສືບຕໍ່ພັດທະນາ, ເປັນຂົວຕໍ່ເພື່ອໃຫ້ການພົວພັນ ລະຫວ່າງ ຫວຽດນາມ ແລະ ລາຊະອານາຈັກແບນຊິກ ພັດທະນາຢ່າງຮອບດ້ານ.