ເພີ່ມທະວີການພົວພັນ ມິດຕະພາບລະຫວ່າງ ປະຊາຊົນຫວຽດນາມ- ອົດສະຕາລີ
(ພາບປະກອບ)
(vovworld)- ຕອນບ່າຍວັນທີ 19/5, ຢູ່ສຳນັກງານສະຫະພັນບັນດາອົງການມິດຕະພາບຫວຽດນາມ ທີ່ຮ່າໂນ້ຍ, ທ່ານເຈິ່ນວັນຍູງ, ປະທານສະມາຄົມມິດຕະພາບຫວຽດນາມ-ອົດສະຕາລີ ແລະ ທ່ານ Kim Sampson ປະທານສະມາຄົມມິດຕະພາບອົດສະຕາລີ-ຫວຽດນາມ ໄດ້ເຊັນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືລະຫວ່າງສອງສະມາຄົມ. ບົດບັນທຶກຊ່ວຍຈຳຊີ້ແຈ້ງວ່າ: ສະມາຄົມມິດຕະພາບຫວຽດນາມ-ອົດສະຕາລີ ແລະ ສະມາຄົມມິດຕະພາບອົດສະຕາລີ-ຫວຽດນາມ ປາດຖະໜາຢາກເພີ່ມທະວີການພົວພັນມິດຕະພາບລະຫວ່າງສອງອົງການ, ຕີລາຄາຄວາມສຳຄັນຂອງບັນດາສາຍພົວພັນຮ່ວມມືລະຫວ່າງສອງຊາດ ແລະ ເຊື່ອໝັ້ນວ່າ, ການຮ່ວມມືນີ້ຈະນຳມາເຊິ່ງຜົນປະໂຫຍດໃຫ້ທັງສອງສະມາຄົມ.
ນະພິທີ, ທ່ານ Kim Sampson ແບ່ງປັນວ່າ, ໃນໄລຍະມໍ່ໆມານີ້, ບັນດາສະມາຊິກສະມາຄົມມິດຕະພາບອົດສະຕາລີ-ຫວຽດນາມ ມີຄວາມສົນໃຈທີ່ສຸດເຖິງສະພາບການຢູ່ທະເລຕາເວັນອອກ ແລະ ໃຫ້ຂໍ້ສັງເກດວ່າ: ເລື່ອງຈີນ ຕັ້ງຮ້ານເຈາະນ້ຳມັນໄຮຢາງ 981 ຢ່າງຜິດກົດໝາຍໃນເຂດເສດຖະກິດຈຳເພາະ ແລະ ໄຫຼ່ທະວີບຂອງຫວຽດນາມ ໄດ້ກໍ່ຜົນສະທ້ອນທີ່ບໍ່ດີເຖິງສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນ./.