ເພີ່ມທະວີການສົມທົບກັນແກ້ໄຂຂໍ້ສະເໜີຂອງຜູ້ມີສິດເລືອກຕັ້ງໃນປີ 2013

ເພີ່ມທະວີການສົມທົບກັນແກ້ໄຂຂໍ້ສະເໜີຂອງຜູ້ມີສິດເລືອກຕັ້ງໃນປີ 2013 - ảnh 1
ກອງ​ປະຊຸມ​​ປະຈຳ​ປີ​ລະຫວ່າງ​ລັດຖະບານ​ ​ແລະ
ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ
(ພາບ: chinhphu.vn)


(vovworld) -     ຕອນ​ເຊົ້າ​ວັນ​ທີ 23/01, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ແລະ ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຮີ່ນ​ດາມ ​ໄດ້​ເປັນ​ປະທານ​ກອງ​ປະຊຸມ​​ປະຈຳ​ປີ​ລະຫວ່າງ​ລັດຖະບານ​ ​ແລະ ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ. ໜຶ່ງ​ໃນ​ບັນດາ​ຈຸດ​ສຸມ​ໃນ​ການ​ສົມທົບ​ວຽກ​ງານ​ລະຫວ່າງ​ລັດຖະບານ​ ​ແລະ ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແມ່ນ​ແກ້​​ໄຂ​ຄຳ​ຄິດ​ຄຳ​ເຫັນ, ຂໍ້​ສະ​ເໜີ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ ​ແລະ ​ແກ້​ໄຂຄຳ​ຮ້ອງທຸກ, ກ່າວ​ຟ້ອງ​ຂອງ​ພົນ​ປະ​ເມືອງ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້ສະ​ເໜີ​ວ່າ ​ໃນ​ປີ 2013, ​ລັດຖະບານ​ ​ແລະ ແນວ​ໂຮມ​ປະ​ເທດ​ຊາດ​ ຈະ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ແລະ ມີ​ປະສິດທິ​ຜົນ​ກວ່າ​ອີກ ​ແນ​ໃສ່​ປະຕິບັດ​ບັນດາ​ຄາດໝາຍ, ພັດທະນາ​ເສດຖະກິດ​ສັງຄົມ, ຮັບປະກັນ​ຊີວິດ​ສັງຄົມ, ສະຫວັດດີ​ການ​ສັງຄົມ​ຢ່າງ​ມີ​ໄຊ. ທ່ານ​ນາຍົກລັດຖະມົນຕີຮຽກຮ້ອງ​ໃຫ້​ບັນດາ​ກະຊວງ, ຂະ​ແໜງ​ການ ​ແລະ ທ້ອງ​ຖິ່ນ​ຕ່າງໆ ​ເພີ່ມ​ທະວີ​ການ​ສົມທົບ​ກັນຢ່າງ​ແໜ້ນ​ແຟ້ນ​ກັບ​ແນວ​ໂຮມ​ປະ​ເທດ​ຊາດ​ທຸກ​ຂັ້ນ​​ ​ສ້າງ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ ກໍ​ຄື​ສ້າງ ​ແລະ ປັບປຸງ​ລະບອບ​ກົນ​ໄກ, ນະ​ໂຍບາຍ​​ໃຫ້ແທດ​ເໝາະ​ກັບ​ສະພາບຕົວ​ຈິ່ງ ​ແລະ ປະຊາຊົນ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ທ່ານ​ນາຍົກລັດຖະມົນຕີ ຊີ້​ແຈ້ງວ່າ. 

        “ປະ​ຈຸ​ບັນ ຢາກ​ສ້າງ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ ກ່ອນອື່ນ​ໝົດ​ຕ້ອງ​ຍົກ​ອອກ​ນະ​ໂຍບາບ​​ໃຫ້ຖືກ​ຕ້ອງກັບ​ຈິດ​ໃຈ​ປະຊາຊົນ, ນຳ​ມາ​ເຊິ່ງຜົນ​ປະ​​ໂຫຍ​ດ​ໃຫ້​ແກ່​ປະຊາຊົນ. ຖ້າ​ຫາກບັນດາ​ບັນຫາ​ທີ່​​ຍົກ​ອອກ​ມາ​ບໍ່​ທັນ​​ເໝາະ​ສົມກໍຫວັງ​ວ່າ​​ແນວ​ໂຮມ, ບັນດາ​ກະຊວງ, ຂະ​ແໜງ​ການ​ຂອງ​ລັດຖະບານ, ກໍ​ຄື​ຢູ່​ທ້ອງ​ຖິ່ນກວດກາຄືນ​. ພວກ​ເຮົາ​ຕ້ອງ​ສະ​ເໜີ​ເພື່ອ​ຢຸດຕິ ຫຼື ​ປັບປຸງ, ​ເພີ່ມ​ຕ່ືມໃນ​ທັນ​ທີ່​”.

ຂ່າວ/ບົດ​ອື່ນ