ທ່ານນາງຮອງລັດຖະມົນຕີ ດ່າວຮົ່ງລານ
ກ່າວຄຳເຫັນທີ່ກອງປະຊຸມສຳມະນາ
(ພາບ: giadinhvatreem.vn)
(vovworld) – ໃນລະຫວ່າງວັນທີ 19 – 20/11, ຢູ່ນະຄອນໂຮ່ຈີມິນ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ຈັດຕັ້ງກອງປະຊຸມສຳມະນາພາກພື້ນກ່ຽວກັບການນຳບັນຫາເພດ ເຂົ້າໃນບັນດານະໂຍບາຍ ແລະ ກົດໝາຍແຮງງານ ມຸ່ງໄປເຖິງວຽກເຮັດງານທຳເປັນປົກກະຕິ. ກອງປະຊຸມສຳມະນາມີການເຂົ້າຮ່ວມຂອງຜູ້ແທນບັນດາອົງການຈັດຕັ້ງສາກົນ ແລະ ບາງປະເທດໃນພາກພື້ນ ອາຊຽນ ຄື: ບຣູໄນ, ມຽນມາ, ຟີລິບປິນ, ອິນໂດເນເຊຍ, ມາເລເຊຍ…ກອງປະຊຸມສຳມະນາໄດ້ຈັດຕັ້ງ ເພື່ອແນໃສ່ແບ່ງປັນຂໍ້ມູນຂ່າວກ່ຽວກັບເລື່ອງນຳບັນຫາເພດ ເຂົ້າໃນບັນດານະໂຍບາຍແຮງງານ, ພິເສດແມ່ນກ່ຽວຂ້ອງເຖິງວຽກເຮັດງານທຳເປັນປົກກະຕິ; ສະພາບການໃຫ້ສັດຕະຍາບັນບັນດາສົນທິສັນຍາຂອງອົງການຈັດຕັ້ງແຮງງານສາກົນ (ILO) ກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ການປະຕິບັດບັນດາຂໍ້ສະເໜີຂອງສົນທິສັນຍາສະຫະປະຊາຊາດກ່ຽວກັບການລົບລ້າງທຸກຮູບການຈຳແນກການປະພຶດແມ່ຍິງ (ສົນທິສັນຍາ CEDAW). ກອງປະຊຸມສຳມະນາກໍປຶກສາຫາລື, ກໍ່ສ້າງບັນດາຍຸດທະສາດ ເພື່ອແນໃສ່ເພີ່ມທະວີການນຳບັນຫາເພດເຂົ້າໃນບັນດານະໂຍບາຍແຮງງານ ມຸ່ງໄປເຖິງວຽກເຮັດງານທຳເປັນປົກກະຕິ, ກໍ່ຄືເພີ່ມທະວີການຮ່ວມມືໃນພາກພື້ນກ່ຽວກັບບັນຫານີ້.