ເພີ່ມທະວີການຮ່ວມມືລະຫວ່າງກະຊວງປ້ອງກັນ ປະເທດ 2 ປະເທດ ຫວຽດນາມ - ກຳປູເຈຍ
(ເພີ່ມທະວີການຮ່ວມມືລະຫວ່າງກະຊວງປ້ອງກັນປະເທດ
2 ປະເທດຫວຽດນາມ - ກຳປູເຈຍ)
(vovworld) – ໂດຍປະຕິບັດຂໍ້ຕົກລົງລະຫວ່າງກະຊວງປ້ອງກັນປະເທດຫວຽດນາມ ແລະ ກຳປູເຈຍ, ໃນວັນທີ 06 – 07/03, ຄະນະຜູ້ແທນການທະຫານຂັ້ນສູງແຫ່ງລາຊະອານາຈັກກຳປູເຈຍ ໂດຍພົນເອກ Tia Banh, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທີ່ການພົບປະເຈລະຈາ, ຖືກດຳເນີນຈັດຂຶ້ນໃນວັນທີ 06/03, ຢູ່ນະຄອນໂຮ່ຈິມິນ, ທ່ານພົນເອກ ຟຸງກວາງແທງ, ລັດຖະມົນຕີວ່າການກະຊວງປ້ອງກັນປະເທດຫວຽດນາມ ຢືນຢັນວ່າ, ຍາມໃດປະຊາຊົນ ແລະ ກອງທັບຫວຽດນາມ ກໍ່ສາມັກຄີ, ສະໜັບສະໜູນ ແລະ ຊ່ວຍເຫຼືອປະຊາຊົນ ແລະ ກອງທັບກຳປູເຈຍ ໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ. ທ່ານພົນເອກ ຟຸງກວາງແທງ ກ່າວວ່າ.
“ການຮ່ວມມືລະຫວ່າງກະຊວງປ້ອງກັນປະເທດຂອງ 2 ປະເທດ ພວມໄດ້ຮັບການພັດທະນາຢ່າງເລິກເຊິ່ງ, ກວ້າງຂວາງ, ບໍ່ພຽງແຕ່ຢູ່ຂັ້ນສູງເທົ່ານັ້ນ, ຫາກຢູ່ທັງວິທະຍາຄານ, ໂຮງຮຽນ, ເຂດທະຫານ, ບັນດາແຂວງ, ເມືອງ, ຕາແສງຕິດກັບຊາຍແດນກຳປູເຈຍ ແລະ ລະຫວ່າງປະຊາຊົນນຳກັນ ທີ່ຮ່ວມມືບັນລຸປະສິດທິຜົນເປັນຢ່າງດີອີກດ້ວຍ. ນີ້ແມ່ນສິ່ງທີ່ເລີ່ມມາຈາກຫົວໃຈ, ນັ້ນແມ່ນປາດຖະໜາໃຫ້ປະເທດ ກຳປູເຈຍ ມີສັນຕິພາບ, ສະຖຽນລະພາບ ແລະ ພັດທະນາ”.
ທີ່ການເຈລະຈາ, 2 ຝ່າຍໄດ້ຢືນຢັນການຮ່ວມມືດ້ານປ້ອງກັນປະເທດໃນໄລຍະຜ່ານມາບັນລຸປະສິດທິຜົນ ແລະ ແມ່ນໜຶ່ງໃນບັນດາເສົ້າຄ້ຳໃນການພົວພັນລະຫວ່າງ 2 ປະເທດ. ບັນດາຂົງເຂດຮ່ວມມືພົ້ນເດັ່ນຄື: ການບຳລຸງສ້າງຊັບພະຍາກອນມະນຸດ, ປົກປັກຮັກສາເສັ້ນຊາຍແດນໄດ້ຮັບການເສີມຂະຫຍາຍຢ່າງມີປະສິດທິຜົນ, ສ້າງເງື່ອນໄຂພັດທະນາເສດຖະກິດເຂດຊາຍແດນຂອງ 2 ປະເທດ. 2 ກະຊວງໄດ້ເປັນເອກະພາບວ່າ, ປີ 2015 ແລະ ຊຸມປີຕໍ່ໆໄປ, ກອງທັບ 2 ປະເທດຈະສືບຕໍ່ເພີ່ມທະວີການພົວພັນຢ່າງຮອບດ້ານ, ນຳການຮ່ວມມືເຂົ້າສູ່ລວງເລິກ ແລະ ບັນລຸປະສິດທິຜົນຢ່າງແທດຈິງ.