ເພີ່ມທະວີການຮ່ວມມືລະຫວ່າງນະຄອນໂຮ່ຈີມິນແລະຮຸງກາຣີ
ເພີ່ມທະວີການຮ່ວມມືລະຫວ່າງນະຄອນໂຮ່ຈີມິນແລະຮຸງກາຣີ
(ພາບ: TTXVN)
(vovworld) – ຕອນເຊົ້າ ວັນທີ 14/11 ຄະນະສະມາຊິກສະພາແຫ່ງຊາດ ຮຸງກາຣີ ນຳໂດຍ ທ່ານປະທານສະພາແຫ່ງຊາດ Kover Laszlo ໄດ້ອອກຈາກນະຄອນໂຮ່ຈີມິນ, ສິ້ນສຸດການຢ້ຽມຢາມຫວຽດນາມຢ່າງເປັນທາງການ ຕາມຄຳເຊີນຂອງທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸງ ຢ່າງຈົບງາມ. ກ່ອນໜ້ານັ້ນ, ໃນຕອນຄໍ່າວັນທີ 13/11, ທ່ານ ເລແທງຫາຍ ເລຂາຄະນະພັກນະຄອນໂຮ່ຈີມິນ ໄດ້ໃຫ້ການຕ້ອນຮັບ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຮຸງກາຣີ.
ທີ່ການຕ້ອນຮັບ, ທ່ານ ເລແທງຫາຍ ເລຂາຄະນະພັກນະຄອນໂຮ່ຈີມິນ ປາຖະໜາວ່າ: ໃນໄລຍະຈະມາເຖິງ, ສອງຝ່າຍຈະເພີ່ມທະວີການຮ່ວມມືໃນບັນດາຂົງເຂດ ເຊິ່ງສອງຝ່າຍຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ ແລະ ທ່າແຮງ ຄື: ການທ່ອງທ່ຽວ, ການວາງແຜນຜັງເມືອງ, ການຄົມມະນາຄົມສາທາລະນະ, ສະໜອງນ້ຳສະອາດ.
“ ພວກຂ້າພະເຈົ້າຕີລາຄາສູງທີ່ສຸດ ບັນດາຄວາມສາມາດບົ່ມຊ້ອນຂອງນະຄອນຫຼວງ Budapest ເວົ້າສະເພາະ ແລະ ຂອງປະເທດ ຮຸງກາຣີ ເວົ້າລວມ. ບົນພື້ນຖານການພົວພັນມິດຕະພາບ, ພວກຂ້າພະເຈົ້າຈະຍູ້ແຮງບັນດາໂຄງການຮ່ວມມືໃນຫຼາຍຂົງເຂດ. ກ່ອນອື່ນໝົດ, ພວກຂ້າພະເຈົ້າພວມເອົາໃຈໃສ່ທີ່ສຸດເຖິງໂຄງການຮ່ວມມືກ່ຽວກັບນ້ຳສະອາດ”
ທ່ານປະທານສະພາແຫ່ງຊາດ ຮຸງກາຣີ Kover Laszlo ກໍ່ຢັ້ງຢືນວ່າ: ຈະສ້າງທຸກເງື່ອນໄຂເພື່ອໃຫ້ການຮ່ວມມື ລະຫວ່າງ ສອງປະເທດ ຮຸງກາຣີ - ຫວຽດ
ນາມ ນັບມື້ນັບນຳມາເຊິ່ງປະສິດທິຜົນທີ່ດີກວ່າ.