ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນຫຼາຍ​ດ້ານ ຫວຽດ​ນາມ - ຝ​ລັ່ງ

(VOVWORLD) - ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດກ່ຽວກັບມະຫາສະໝຸດຂອງ ສປຊ ຄັ້ງທີ 3 (UNOC 3) ຢູ່ Nice, ຝລັ່ງ, ວັນທີ 09 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ມີການພົບປະກັບທ່ານປະທານາທິບໍດີ ຝລັ່ງ Emmanuel Macron.    
ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນຫຼາຍ​ດ້ານ ຫວຽດ​ນາມ - ຝ​ລັ່ງ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະກັບທ່ານປະທານາທິບໍດີ ຝລັ່ງ Emmanuel Macron

ເມື່ອແລກປ່ຽນກ່ຽວກັບບັນດາບັນຫາຮ່ວມມືສອງຝ່າຍ, ການນຳສອງທ່ານໄດ້ສະແດງຄວາມຕັດສິນໃຈນຳການພົວພັນສອງປະເທດໃຫ້ພັດທະນາຢ່າງແຮງກວ່າ, ກາຍເປັນຂົວຕໍ່ໃຫ້ກັນຢູ່ແຕ່ລະທະວີບ ອາຊີ - ເອີຣົບ. ກ່ຽວກັບຂົງເຂດເສດຖະກິດ - ການຄ້າ - ການລົງທຶນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຕື້ອງເຖິງການຫັນເປັນຫຼາຍຮູບຫຼາຍແບບ, ນັ້ນແມ່ນ ຫັນຕະຫຼາດ, ລະບົບສະໜອງ ແລະ ຜະລິດຕະພັນເປັນຫຼາຍຮູບຫຼາຍແບບ; ພ້ອມທັງສະເໜີໃຫ້ ຝລັ່ງ ສົມທົບກັບ ຫວຽດນາມ ຢ່າງແໜ້ນແຟ້ນໃນການຊຸກຍູ້ການຄ້າສອງຝ່າຍ ແລະ ເປີດປະຕູຕະຫຼາດໃຫ້ກັນຫຼາຍກວ່າອີກ. ທ່ານນາຍົກລັດຖະມົນຕີ ກໍສະເໜີໃຫ້ຝ່າຍ ຝລັ່ງ ສືບຕໍ່ເອົາໃຈໃສ່, ຮັບຮອງເອົາບັນດາວິວັດການ, ລະບຽບການໃຫ້ສັດຕະຍາບັນ ສັນຍາອາລັກຂາການລົງທຶນ ຫວຽດນາມ - EU (EVIPA) ແລະ ຊຸກຍູ້ຄະນະກຳມະການເອີຣົບ ຍົກເລີກ “ບັດເຫຼືອງ” IUU ສຳລັບສິນໃນນ້ຳ ຫວຽດນາມ ໃນໄວໆນີ້.

        ທ່ານນາຍົກລັດຖະມົນຕີກໍສະເໜີ ຝລັ່ງ ໜູນຊ່ວຍ ຫວຽດນາມ ຍົກສູງກຳລັງຄວາມສາມາດໃນບັນດາຂົງເຂດຍຸດທະສາດ. ນອກຈາກນັ້ນແລ້ວ, ການນຳສອງທ່ານກໍໄດ້ແລກປ່ຽນກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍເຊື້ອເຊີນ ຝລັ່ງ ແຕ່ງຕັ້ງຄະນະຜູ້ແທນຂັ້ນສູງເດີນທາງມາ ຫວຽດນາມ ເຂົ້າຮ່ວມພິທີລົງນາມໃນສົນທິສັນຍາ ສປຊ ວ່າດ້ວຍການຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ຢູ່ ຮ່າໂນ້ຍ ໃນເດືອນ ຕຸລາ 2025.

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນຫຼາຍ​ດ້ານ ຫວຽດ​ນາມ - ຝ​ລັ່ງ - ảnh 2ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານເລຂາທິການໃຫຍ່ ສປຊ Antonio Guterres

        ໃນຂອບເຂດກອງປະຊຸມສຸດຍອດ UNOC 3  ຄັ້ງນີ້, ວັນທີ 09 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍໄດ້ມີການພົບປະກັບທ່ານປະທານສະມັດຊາໃຫຍ່ ສປຊ Philemon Yang ແລະ ທ່ານເລຂາທິການໃຫຍ່ ສປຊ Antonio Guterres ແລະ ການນຳບັນດາປະເທດ ຢູ່ນອກກອງປະຊຸມ.

ລ້າຍຮວາ

ຕອບກັບ

ຂ່າວ/ບົດ​ອື່ນ