(vovworld) - ວັນທີ 07/07, ຄະນະຊາວໜຸ່ມ, ສະມາຄົມນັກສຶກສານະຄອນໂຮ່ຈິມິນ ໄດ້ຈັດງານພົບປະແລກປ່ຽນລະຫວ່າງນັກສຶກສານະຄອນໂຮ່ຈິມິນ ກັບຄະນະຜູ້ແທນເຊິ່ງແມ່ນນັກສຶກສາໂຄງການມິດຕະພາບແມ່ນ້ຳຂອງ. ງານພົບປະແລກປ່ຽນແມ່ນເພື່ອແນໃສ່ແລກປ່ຽນບົດຮຽນກ່ຽວກັບບັນດາລາຍການເຄື່ອນໄຫວຂອງນັກສຶກສາ, ພົບປະແລກປ່ຽນວັດທະນະທຳລະຫວ່າງນັກສຶກສາທີ່ຂຶ້ນກັບອະນຸພາກພື້ນແມ່ນ້ຳຂອງ. ງານພົບປະຄັ້ງນີ້ບໍ່ພຽງແຕ່ສ້າງເງື່ອນໄຂພົບປະແລກປ່ຽນລະຫວ່າງນັກມຶກສາຂອງບັນດາປະເທດເທົ່ານັ້ນ, ຫາກຜ່ານນັ້ນຍັງມຸ່ງໄປເຖິງການຍູ້ແຮງການຮ່ວມມືແບບຍືນຍົງ ແລະ ລະຫວ່າງບັນດາປະເທດໃນອະນຸພາກພື້ນແມ່ນ້ຳຂອງອີກດ້ວຍ. ທີ່ງານພົບປະ, ສະມາຄົມນັກສຶກສານະຄອນໂຮ່ຈິມິນ ໄດ້ແນະນຳບັນດາຈຸດພົ້ນເດັ່ນຂອງຂະບວນການເຄື່ອນໄຫວຂອງນັກສຶກສານະຄອນ. ບັນດານັກສຶກສາໄດ້ພ້ອມກັນແລກປ່ຽນ, ແບ່ງປັນບົດຮຽນກ່ຽວກັບການເຄື່ອນໄຫວຂອງຂະບວນການຂອງນັກສຶກສາແຕ່ລະປະເທດ.