(vovworld) - ກອງປະຊຸມກ່ຽວກັບການສົມທົບກັນໃນວຽກງານໜູນຊ່ວຍດ້ານຍຸດຕິທຳ ໂດຍສະມາຄົມໜູນຊ່ວຍຍຸດຕິທຳໃຫ້ແກ່ຄົນທຸກຍາກຫວຽດນາມ ຈັດຕັ້ງ ໃນຕອນເຊົ້າວັນທີ 15/12, ຢູ່ນະຄອນໂຮ່ຈິມິນ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວງຟຸ໋ກ ເນັ້ນໜັກຄວາມຈຳເປັນຂອງການໜູນຊ່ວຍປະຊາຊົນກ່ຽວກັບດ້ານກົດໝາຍ, ໂດຍສະເພາະແມ່ນບັນດາເປົ້າໝາຍນະໂຍບາຍ, ຜູ້ທຸກຍາກ ແລະ ກຸ່ມຄົນເປົ້າໝາຍຖືກເສຍປຽບ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວງຟຸ໋ກ ກ່າວວ່າ.
“ການເຄື່ອນໄຫວໜູນຊ່ວຍດ້ານກົດໝາຍໃຫ້ປະຊາຊົນເວົ້າລວມ ແລະ ຄົນທຸກຍາກເວົ້າສະເພາະ ແມ່ນບັນຫາຮີບດ່ວນເຊິ່ງລັດ ແລະ ສັງຄົມຕ້ອງເອົາໃຈໃສ່. ເພາະສະນັ້ນ, ສະມາຄົມໜູນຊ່ວຍຍຸດຕິທຳໃຫ້ແກ່ຄົນທຸກຍາກຫວຽດນາມ ດ້ວຍຖານະແມ່ນສະມາຄົມອາຊີບຂອງຜູ້ເຮັດວຽກງານໜູນຊ່ວຍດ້ານກົດໝາຍ ໄດ້ຮັບການສ້າງຕັ້ງຂຶ້ນ ແລະ ນຳເຂົ້າເຄື່ອນໄຫວແມ່ນຈຳເປັນ, ແທດຈິງ ເພື່ອແບ່ງປັນຄວາມຮັບຜິດຊອບກັບລັດ, ສັງຄົມກ່ຽວກັບການໜູນຊ່ວຍດ້ານຍຸດຕິທຳໃຫ້ຜູ້ທຸກຍາກ”.