ເພີ່ມະວີການຄຸ້ມຄອງຊຸກຍູ້ການພັດທະນາຢູ່ຫວຽດນາມ
(ພາບປະກອບ)
(vovworld) - ເພີ່ມທະວີການຄຸ້ມຄອງຊຸກຍູ້ການພັດທະນາຢູ່ຫວຽດນາມ. ແມ່ນຫົວຂໍ້ຂອງກອງປະຊຸມຂັ້ນສູງໂດຍກະຊວງແຜນການ ແລະ ລົງທຶນ ສົມທົບກັບທະນາຄານໂລກ ຈັດຕັ້ງໃນຕອນເຊົ້າວັນທີ 20/1, ຢູ່ຮ່າໂນ້ຍ. ກອງປະຊຸມແມ່ນໂອກາດເພື່ອໃຫ້ບັນດາຜູ້ແທນສະເໜີບັນດາມາດຕະການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ຍົກສູງປະສິດທິຜົນການນຳໃຊ້ບັນດາແຫຼ່ງທຶນຂອງລັດ, ພິເສດແມ່ນແຫຼ່ງທຶນໜູນຊ່ວຍພັດທະນາຢ່າງເປັນທາງການ (ODA) ຢູ່ຫວຽດນາມ. ບັນດາມາດຕະການທີ່ໄດ້ວາງອອກແມ່ນ ຄວນເພີ່ມທະວີຜົນສັກສິດຂອງກົດໝາຍຢ່າງແທດຈິງຄື ປະຕິບັດບັນ ດາຂໍ້ກຳນົດກ່ຽວກັບການປະມູນ, ການຄຸ້ມຄອງຄວາມສ່ຽງໃນການປະມູນ ແລະ ການເງິນ ດ້ວຍສັນຍາຢ່າງເປີດເຜີຍ; ປະຕິບັດບັນດາມາດຖານກວດສອບບັນຊີ, ຂັ້ນຕອນການຕິດຕາມກວດກາ, ກວດກາ; ເດັດດ່ຽວນຳໃຊ້ການລົງໂທດສຳລັບການກະທຳສໍ້ໂກງ, ການສໍ້ລາດບັງຫຼວງ. ພ້ອມທັງ, ສືບຕໍ່ປັບປຸງລະບອບ, ນະໂຍບາຍສົ່ງເສີມການເຂົ້າຮ່ວມຕິດຕາມກວດກາສັງຄົມຂອງບັນດາອົງການສື່ມວນຊົນ, ສື່ສານສຳລັບໂຄງການລົງທຶນຂອງລັດເວົ້າລວມ ແລະ ການນຳໃຊ້ແຫຼ່ງທຶນ(ODA) ເວົ້າສະເພາະ.