ທ່ານ ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ
ເຮັດວຽກກັບການນຳແຂວງຊ໋ອກຈັງ
(vovworld) - ຕອນບ່າຍ ວັນທີ 21/11, ຢູ່ຮ່າໂນ້ຍ, ທ່ານ ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເຮັດວຽກກັບການນຳແຂວງຊ໋ອກຈັງ ກ່ຽວກັບສະພາບເສດຖະກິດ-ສັງຄົມ. ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ: ແຂວງຊ໋ອກຈັງຄວນກາຍເປັນແຂວງທີ່ມີລາຍຮັບສະເລ່ຍ ຂອງເຂດທົ່ງພຽງແມ່ນ້ຳຂອງ ເທື່ອລະກ້າວ. ແຂວງຊ໋ອກຈັງ ຄວນຍູ້ແຮງການພັດທະນາການທ່ອງທ່ຽວ; ກວດຄືນແຜນພັດທະນາຕິດພັນກັບການປ່ຽນແປງຂອງດີນຟ້າອາກາດ ແລະ ສ້າງໂຄງປະກອບກະສິກຳຄືນໃໝ່ໃຫ້ເຂັ້ມແຂງກວ່າ. ເນັ້ນໜັກວ່າ: ອັດຕາສ່ວນຄອບຄົວທຸກຍາກຂອງແຂວງຍັງສູງຢູ່, ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ນຳແຂວງຊ໋ອກຈັງຄວນຖືວຽກງານຫຼຸດຜ່ອນຄວາມທຸກຍາກເປັນໜ້າທີ່ສຳຄັນ.