ເຢຍລະມັນແລະຍີ່ປຸ່ນປຶກສາຫາລືໂຄງການດຳເນີນງານ G7
(ພາບປະກອບ: Kyodo/TTXVN)
(vovworld) - ກ່າວຄຳເຫັນທີ່ການປະຊຸມຂ່າວຮ່ວມກັບຄູ່ຕຳແໜ່ງຍີ່ປຸ່ນ Shinzo Abe ໃນວັນທີ 04/05, ທ່ານນາງນາຍົກລັດຖະມົນຕີເຢຍລະມັນ Angela Merkel ໃຫ້ຮູ້ວ່າ, ຈຸດປະສົງຕົ້ນຕໍ່ໃນການໄປປະຕິບັດງານຂອງທ່ານ Abe ເຖິງເຢຍລະມັນ ແມ່ນເພື່ອປຶກສາຫາລືກ່ຽວກັບໂຄງການດຳເນີນງານໃຫ້ກອງປະຊຸມ G7 ຈະມາເຖິງຢູ່ຍີ່ປຸ່ນ. ທ່ານນາງນາຍົກລັດຖະມົນຕີ Merkel ກໍ່ເນັ້ນໜັກເຖິງໜຶ່ງໃນບັນດາຫົວຂໍ້ຈຸດສຸມຂອງ G7 ແມ່ນເສດຖະກິດ, ໃນນັ້ນເຢຍລະມັນ ແລະ ຍີ່ປຸ່ນ ພ້ອມກັບມຸ່ງໄປເຖິງ 3 ເສົ້າຄ້ຳຕົ້ນຕໍ່ຄື: ການລົງທຶນ, ການປະຕິຮູບໂຄງປະກອບ ແລະ ນະໂຍບາຍເງິນຕາ. ການນຳ 2 ທ່ານຍັງໄດ້ປຶກສາຫາລືກ່ຽວກັບບັນດາບັນຫານະໂຍບາຍພົວພັນຕ່າງປະເທດ ແລະ ປ້ອງກັນຄວາມສະຫງົບ, ກ່ຽວກັບບັ້ນຮົບຕ້ານກໍ່ການຮ້າຍ. ການນຳ 2 ທ່ານກໍໄດ້ປຶກສາຫາລືກ່ຽວກັບບັນດາບັນຫາຮ້ອນເຮັ່ງໃນໂລກຄື: ສົງຄາມການເມືອງຢູ່ຊີຣີ, ວິກິດການຢູ່ຢູແຫຼນ ກໍຄືສະພາບທາງທະເລອ້ອມແອ້ມຍີ່ປຸ່ນ, ພາກພື້ນອາຊີ, ເຂດທະເລຮວາຕຸງ ແລະ ທະເລຕາເວັນອອກ. ໃນນັ້ນໄດ້ເຫັນດີນຳກັນວ່າ, ທຸກການຂັດແຍ້ງກັນອາດສາມາດແກ້ໄຂໄດ້ໂດຍສັນຕິວິທີ.