(ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ
ຕ້ອນຮັບນາຍົກລັດຖະມົນຕີ ນິວຊີແລນ John Key)
(vovworld) – ຕອນບ່າຍວັນທີ 16/11 ຢູ່ຮ່າໂນ້ຍ ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຕ້ອນຮັບທ່ານນາຍົກລັດຖະມົນຕີ ນິວຊີແລນ John Key ທີ່ພວມຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ. ທ່ານນາຍົກລັດຖະມົນຕີ ນິວຊີແລນ John Key ແຈ້ງໃຫ້ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຊາບກ່ຽວກັບໝາກຜົນອັນດີງາມຂອງການເຈລະຈາກັບທ່ານນາຍົກລັດຖະມົນຕີ ຫງວຽນເຕີ໋ນຢຸງ. ທ່ານນາຍົກລັດຖະມົນຕີ ນິວຊີແລນ John Key ຕີລາຄາສູງທີ່ຕັ້ງບົດບາດຂອງ ຫວຽດນາມ ຢູ່ພາກພື້ນ, ປາດຖະໜາຢາກຊຸກຍູ້ການພົວພັນມິດຕະພາບ ແລະ ຮ່ວມມືກັບ ຫວຽດນາມ ໃນຫລາຍຂົງເຂດ. ທ່ານນາຍົກລັດຖະມົນຕີ ນິວຊີແລນ John Key ເນັ້ນໜັກເຖິງຄວາມຈຳເປັນຂອງການເພີ່ມທະວີສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ພາກພື້ນ, ສາກົນ ແລະ ຢູ່ ສປຊ.
ສ່ວນທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຢືນຢັນແນວທາງການຕ່າງປະເທດສະເໝີຕົ້ນສະເໝີປາຍຂອງພັກ ແລະ ລັດ ຫວຽດນາມ, ລັດຖະບານ ຫວຽດນາມ ຍາມໃດກໍຖືການພົວພັນຮ່ວມມືກັບບັນດາປະເທດເພື່ອນມິດເປັນສຳຄັນ ໃນນັ້ນມີ ນິວຊີແລນ.