ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ ແລະ ທ່ານນາງສູນທອນໄຊຍະຈັກ, ຜູ້ຕາງໜ້າພິເສດຂອງ ທ່ານເລຂາທິການໃຫຍ່ພັກປະຊາຊົນປະຕິວັດລາວ |
(vovworld)- ຕອນເຊົ້າວັນທີ 29/1, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ ໄດ້ໃຫ້ການຕ້ອນຮັບທ່ານນາງສູນທອນໄຊຍະຈັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ, ຜູ້ຕາງໜ້າພິເສດຂອງ ທ່ານເລຂາທິການໃຫຍ່ພັກປະຊາຊົນປະຕິວັດລາວ ບຸນຍັງ ວໍລະຈິດ. ທີ່ການຕ້ອນຮັບ, ທ່ານນາງສູນທອນໄຊຍະຈັກ ໄດ້ສົ່ງຈົດໝາຍຂອງ ທ່ານເລຂາທິການໃຫຍ່ພັກປະຊາຊົນປະຕິວັດລາວ ບຸນຍັງ ວໍລະຈິດ ທີ່ອວຍພອນ ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ ສືບຕໍ່ໄດ້ຮັບເລືອກຕັ້ງເປັນ ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມອີກສະໄໝໜຶ່ງ.
ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ ຢືນຢັນວ່າ ການພົວພັນສາມັກຄີແບບພິເສດຫວຽດນາມ-ລາວ ແມ່ນຊັບສົມບັດລວມອັນລ້ຳຄ່າຂອງ 2 ຊາດ, ແມ່ນໜຶ່ງໃນບັນດາປັດໄຈສຳຄັນ ເພື່ອຮັບປະກັນໄຊຊະນະຂອງພາລະກິດປະຕິວັດຂອງແຕ່ລະປະເທດ.
ໃນວັນດຽວກັນ, ທ່ານນາງສູນທອນ ໄຊຍະຈັກກໍໄດ້ພົບປະກັບທ່ານຮ່ວາງບິງກວນ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ.