(VOVWORLD) - ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງ ເງະອານ, ຕອນບ່າຍວັນທີ 29 ຕຸລາ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ເຮັດວຽກກັບຄະນະປະຈຳຄະນະພັກແຂວງ ເງະອານ ກ່ຽວກັບສະພາບການດ້ານເສດຖະກິດ, ສັງຄົມ, ວຽກງານກໍ່ສ້າງພັກ ພາຍຫຼັງ 2 ປີແຫ່ງການປະຕິບັດມະຕິກອງປະຊຸມໃຫຍ່ຄະນະພັກແຂວງ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກ, ທິດທາງ, ໜ້າທີ່ ໃນໄລຍະຈະມາເຖິງ.
ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ກ່າວຄຳເຫັນທີ່ການເຮັດວຽກ |
ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຕີລາຄາສູງບັນດາຜົນງານເຊິ່ງແຂວງເງະອານ ບັນລຸໄດ້ໃນໄລຍະຜ່ານມາ. ຕາມທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງແລ້ວ, ແຂວງ ເງະອານ ໄດ້ມີບັນດາບາດກ້າວພັດທະນາໄວ ແລະ ໜັກແໜ້ນພໍສົມຄວນ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເນັ້ນໜັກວ່າ ແຂວງ ເງະອານ ມີທີ່ຕັ້ງບົດບາດ, ຄວາມສຳຄັນຍຸດທະສາດ, ແມ່ນເຂດດິນແດນສັກສິດ, ແມ່ນສະຖານທີ່ກຳເນີດຜູ້ປີຊາສາມາດດ້ານວັດທະນະທຳ, ວິລະຊົນຂອງຊາດ. ແຕ່ເຖິງຢ່າງໃດກໍ່ຕາມ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຖືວ່າ ເມື່ອທຽບໃສ່ກັບຄວາມສາມາດບົ່ມຊ້ອນແລ້ວ ແຂວງເງະອານ ຍັງຕ້ອງພັດທະນາບືນຕົວຂຶ້ນຢ່າງແຮງກ່ວາອີກ:
“ຂ້າພະເຈົ້າເຫັນວ່າ ແງ່ຫວັງການພັດທະນາຍັງດີຫຼາຍ, ຄວາມສາມາດບົ່ມຊ້ອນຍັງໃຫຍ່ຫຼວງ. ດັ່ງນັ້ນ, ຄວນມີຄວາມມຸ່ງຫວັງບືນຕົວຂຶ້ນແຮງກ່ວາ, ມີຄວາມຕັດສິນໃຈສູງກ່ວາ ໃນອົງຄະນະພັກ. ເຂດດິນແດນວິລະຊົນຄືແນວນີ້, ວັດທະນະທຳ, ປະຊາຊົນດີຄືແນວນີ້ ພວກເຮົາຕ້ອງຕ້ອງບືນຕົວຂຶ້ນ, ບືນຕົວຂຶ້ນຢ່າງໜັກແໜ້ນ.”
ຕອນຄ່ຳວັນທີ 29 ຕຸລາ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເຂົ້າຮ່ວມລາຍການສະແດງສິລະປະມີຊື່ວ່າ “ເທບນີຍາຍ ຈ່ວງໂບ່ນ” ຢູ່ເຂດປູຊະນີຍະສະຖານປະຫວັດສາດແຫ່ງຊາດ ຈ່ວງໂບ່ນ (ຕາແສງ ໝີເຊີນ, ເມືອງ ໂດເລືອງ, ແຂວງເງະອານ).